ປະທານປະເທດ ເຈືອງເຕີນຊາງ ຢ້ຽມຢາມ ບັນດານັກຮົບຖືກບາດເຈັບໜັກໃນເຫດການເຮືອບິນຕົກ

ປະທານປະເທດ ເຈືອງເຕີນຊາງ ຢ້ຽມຢາມ ບັນດານັກຮົບຖືກບາດເຈັບໜັກໃນເຫດການເຮືອບິນຕົກ - ảnh 1
(ທ່ານປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢ້ຽມຢາມ​ບັນດາ​ນັກຮົບ
​ຖືກບາດ​​ເຈັບ​ໜັກ​ໃນ​ເຫດການ​ເຮືອບິນ​ຕົກ)


(vovworld) –  ຕອນ​ບ່າຍ​ວັນ​ທີ 07/07, ທ່ານ​ປະທານ​ປະ​ເທ​​ດຫວຽດນາມ ​ເຈືອງ​​ເຕີນ​ຊາງ ​ໄດ້​​ໄປ​​ໂຮ​ງໝໍ​ດາ​ດ​ແຫ່ງ​ຊາດ, ຢ້ຽມຢາມ​ບັນດາ​ນັກຮົບ​ຖືກ​ບາດ​ເຈັບ​ໜັກ​ໃນ​ເຫດ​ເຮືອບິນ​ເອລີກ​ອບ​ເຕີ Mi 171 ຕົກ ຢູ່​ເມືອງ​​ແທກ​​​ເທີ​ດ, ຮ່າ​ໂນ​້ຍ. ທ່ານ​ປະທານ​ປະ​ເທດ ​ໄດ້​ພົບ​ປະ​ກັບ​ບັນດາ​ທ່ານ​ໝໍ, ​ແພດ, ພະຍາບານ​ໂຮ​ງໝໍ​ດາ​ດ​ແຫ່ງ​ຊາດ ທີ່ພວມ​ປິ່ນປົວ​ໃຫ້​ນັກຮົບໂດຍ​ກົງ, ຮັບ​ຟັງ​ຖັນ​ແຖວ​ທ່ານ​ໝໍ​ລາຍ​ງານ​ກ່ຽວ​ກັບ​ອາການ​ສຸຂະພາບ​ປະຈຸ​ບັນ​ຂອງ​ບັນດາ​ຄົນ​ເຈັບ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ສະ​ເໜີ​ໃຫ້​ຖັນ​ແຖວ​ທ່ານ​ໝໍ​ຂອງ​​ໂຮງໝໍ ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ, ສຸມ​ໃສ່​ທຸກ​ພາຫະນະ, ອຸປະ​ກອນການ​ແພດເພື່ອ​ປິ່ນປົວ​ໃຫ້​ບັນດາ​ນັກຮົບ​ຖືກອຸບັດ​ຕິ​ເຫດ.

        ຕາມ​ຂໍ້​ມູນ​ໃໝ່​ສຸດ, ຍ້ອນ​ຖືກ​ບາດ​ຈັບ​ໜັກນັກຮົບ 2 ຄົນ​​​ໃນ​ອຸບັດ​ຕິ​ເຫດ​ດັ່ງກ່າວ​ໄດ້ເສຍ​​ຊີວິດຢູ່​ໂຮງໝໍ​ດາດ​ແຫ່ງ​ຊາດ . ສະ​ນັ້ນ, ​ໄດ້​ມີນັກຮົບ 18 ຄົນ​ເສຍສະຫຼະ​ຊີວິດ​ໃນ​ເຫດ​ເຮືອບິນ​ເອລີກ​ອບ​ເຕີ Mi 171 ຕົກ, ​ໃນ​ນັ້ນ​ມີນັກຮົບ 16 ຄົນ​ເສຍ​ຊີ​ວິດ​ຢູ່​ກັບ​ທີ. ສ່ວນນັກຮົບ 2 ຄົນທີ່​ພວມ​ປິ່ນປົວ​ຢູ່ໄຮ​ງໝໍ​ດາ​ດ​ແຫ່ງ​ຊາດ ​ກໍ່​ຢູ່​ໃນ​ສະພາບ​ອາການອັນ​ຕະລາຍ ຍ້ອນ​ຖືກ​ດາດໜັກ​ປະມານ 50 – 60%.

ຂ່າວ/ບົດ​ອື່ນ