ປະທານປະເທດ ເຈືອງເຕີນຊາງ ເຂົ້າຮ່ວມພິທີເປີດສະຫຼອງອະນຸສາວະລີເລຂາທິການໃຫຍ່ ຫງວຽນວັນລິງ

ປະທານປະເທດ ເຈືອງເຕີນຊາງ ເຂົ້າຮ່ວມພິທີເປີດສະຫຼອງອະນຸສາວະລີເລຂາທິການໃຫຍ່ ຫງວຽນວັນລິງ - ảnh 1
(ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ເຂົ້າຮ່ວມ
ພິທີ​​ເປີດ​ສະ​ຫຼອງອານຸສາ​ວະລີ​ທ່ານເລຂາທິການ​​ໃຫຍ່ ຫງວຽນ​ວັນ​ລິງ)


​(vovworld) – ຕອນ​ເຊົ້າ​ວັນ​ທີ 27/04, ຢູ່​ແຂວງ​ຮື​ງອຽນ, ​ໄດ້​ຈັດ​ພິທີ​​ເປີດ​ສະ​ຫຼອງອານຸສາ​ວະລີ​ທ່ານເລຂາທິການ​​ໃຫຍ່ ຫງວຽນ​ວັນ​ລິງ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ຫວນ​ຄືນ​ຊີວິດ ​ແລະ ພາລະກິດ​ປະຕິວັດ​ອັນ​ສະ​ຫງ່າ​ລາສີ​ຊອງທ່ານເລຂາທິການ​​ໃຫຍ່ ຫງວຽນ​ວັນ​ລິງ, ​ເປັນ​ລູກ​ສິດ​ດີ​ເດັ່ນ​ຂອງ​ປະທານ​ໂຮ່ຈິ​ມິນ. ທ່ານເລຂາທິການ​​ໃຫຍ່ ຫງວຽນ​ວັນ​ລິງ, ​ເກີດ​ວັນ​ທີ 01/07/1915, ຢູ່​ແຂວງ​ຮື​ງອຽນ. ​ໃນກິດຈະການປ່ຽນ​ໃໝ່​ປະ​ເທດ​ຊາດ​ໂດຍ​ທ່ານເລຂາທິການ​​ໃຫຍ່ ຫງວຽນ​ວັນ​ລິງ ​ເປັນ​ຜູ້​ລິ​ເລີ່​ມ ​ແລະ ປະຕິບັດ ​ໄດ້​ຮັບ​ບັນດາ​ຜົນງານ​ທີ່​ສຳຄັນ​ໃນ​ທຸກ​ຂົງ​ເຂດ, ​ໂດຍ​ສະ​ເພາະ​ແມ່ນ​ການ​ເມືອງ, ​ເສດຖະກິດ​ ສັງຄົມ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຊີ້​ແຈ້ງວ່າ.

        “​ໃນ​ຕະຫຼອດ​ເກືອບ 70 ປີ​ແຫ່ງ​ການ​ເຄື່ອນ​ໄຫວ​ປະຕິວັດ, ທ່ານເລຂາທິການ​​ໃຫຍ່ ຫງວຽນ​ວັນ​ລິງ ​ໄດ້​ຮັບ​ຖານະຕຳ​ແໜ່​ງການ​ນຳ​ທີ່​ແຕກ​ຕ່າງ​ກັນ​ເຊິ່ງພັກ, ລັດ​ມອບ​ໝາຍ​ບັນດາ​ໜ້າ​ທີ່​ສຳຄັນ, ​ເຖິງ​ວ່າ​ຢູ່​ໄສ, ​ເຮັດ​ວຽກງານ​ໃດ ແລະ ຢູ່​ບໍ່​ວ່າ​​ໃນຖານະ​ຕຳ​​ແໜ່​ງ​ໃດ​ກໍ່ຕາມ, ສະຫາຍ​ກໍ່​ລ້ວນ​ແຕ່ອຸທິດ​ສ່ວນ​ທາງ​ດ້ານ​ພູມ​ປັດ​ຍາ, ກຳລັງ​ເຫ​ື່ອ​ແຮງ​​ໃຫ້​ພັກ ​ແລະ ປະຊາຊົນ, ​ເປັນ​ແບບຢ່າງ​ດີ​ເດັ່ນ​ຂອງ​ນັກກອມ​ມູ​ນິດທີ່​ອົງ​ອາດ​ກ້າຫານ, ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ເຊິ່ງພັກ​ມອບ​ໝາຍ ຢູ່​ໃນ​ຈຸດ​ເວລາທີ່​ຫຍຸ້ງ​ຍາ​ກຂອງ​ການ​ປະຕິວັດ, ​ເປັນ​ແບບຢ່າງ​ຂອງ​ການ​ນຳ ທີ່​ຍາມ​ໃດ​ກໍ່​ສູ້​ຊົນ, ຮັກສາ​ຄຸນ​ນະ​ທາດການ​ປະຕິວັດ, ປະຢັດ, ທ່ຽງ​ທຳ, ຍາມ​ໃດ​ກໍ່​ຮໍ່າຮຽນ​ເພື່ອມີ​ຄວາມ​ຮູ້, ຮັບ​ຟັງ​ປະຊາຊົນ, ​ເພື່ອນ​ສະຫາຍ, ​ເອົາ​ໃຈ​ໃສ່​ເຖິງ​ການ​ສະຫຼຸບ​ພຶດຕິ​ກຳ​ຕົວ​ຈິງ ​ເພື່ອ​ເຮັດ​ແຈ້ງ ​ແລະ ປະກອບສ່ວນ​ສ້າງ​​ແນວ​ທາງ​ຂອງ​ພັກ​. ທ່ານ​ເລຂາ​ທິການ​ໃຫຍ່ ຫງວຽນວັນ​ລິງ ​ແມ່ນ​ການ​ນຳ​ທີ່​ດີດັ່ນ, ຕະຫຼອດ​ຊີ​ວິດ​ເພື່ອ​ປະຊາຊົນ, ​ເພື່ອ​ປະ​ເທດ​ຊາດ, ມີ​ຄຸນງາມຄວາມດີ ​ແລະ ອິດທິຜົນ​ຊື່​ສຽງ​ອັນ​ໃຫຍ່​ຫຼວງ​ສຳລັບ​ປະ​ເທດ​ຊາດ ​ແລະ ປະຊາຊົນ​ຫວຽດນາມ.”

ຂ່າວ/ບົດ​ອື່ນ