ປະທານປະເທດ ເຈືອງເຕີນຊາງ ເຈລະຈາກັບປະທານປະເທດ ຈີນ ສີຈິ້ນຜິງ

ປະທານປະເທດ ເຈືອງເຕີນຊາງ ເຈລະຈາກັບປະທານປະເທດ ຈີນ ສີຈິ້ນຜິງ - ảnh 1
ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ເດີນທາງໄປຮອດນະຄອນຫຼວງ ປັກກິ່ງ, ປະເທດ ຈີນ
(ພາບ:baodientu.chinhphu.vn)

(vovworld) - ຕອນ​ບ່າຍ​ວັນ​ທີ 19/6, ພິທີ​ຕ້ອນຮັບ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ຖືກ​ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ທີ່ ຫໍ​ສະພາປະຊາຊົນ ຈີນ. ທີ່​ການ​ເຈລະຈາ​ພາຍຫຼັງ​ພິທີ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ ​ຈີນ ສີຈິ້ນ​ຜິ​ງ ຢືນຢັນ​ວ່າ​  ຈີນ ຖື​ການ​ຮ່ວມ​ມື​ມິດ​ຕະພາບ​ກັບ ຫວຽດນາມ ​ເປັນ​ສຳຄັນ. ທ່ານ ປະທານ​ປະ​ເທດ ເຈືອງ​ເຕີນ​ຊາງ ຢືນຢັນ​ນະ​ໂຍບາຍ​ພື້ນຖານ, ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ອັນ​ຍາວ​ນານ​ຂອງ​ພັກລັດ ​ແລະ ປະຊາຊົນ ຫວຽດນາມ ຖື​ການ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ມິດຕະພາບ ​ແລະ ຮ່ວມ​ມື​ກັບ ຈີນ ​ເປັນ​ສຳຄັນ, ພ້ອມ​ແລ້ວ​ທີ່​ຈະ​ພ້ອມ​ກັບ​ພັກ, ລັດ ​ແລະ ປະຊາຊົນ ຈີນ ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື, ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ຈີນ  ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ກ່ຽວ​ກັບ​ການ​ພົວພັນ 2 ຝ່າຍ, 2 ຝ່າຍ​ມີ​ຄວາມ​ພາກ​ພຸ​ມ​ໃຈ​ເມື່ອ​ເຫັນ​ວ່າການ​ພົວພັນ​ລະຫວ່າງ 2 ພັກ, 2 ລັດ​ໃນ​​ໄລ​ຍະ​ຜ່ານ​ມາ​ສືບ​ຕໍ່​ມີ​ບາດກ້າວ​ພັດທະນາ​ໃໝ່, ຕີ​ລາຄາ​ສູງ​ເລື່ອງ​ເຊັນ​ໂຄງການ​ເຄື່ອນ​ໄຫວ​ຜັນ​ຂະຫຍາຍ​ກາ​ນພົວພັນ ຄູ່​ຮ່ວມ​ມື​, ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ຈີນ ​ແລະ ບັນດາ​ເອກະສານ​ຮ່ວມ​ມື​ສຳຄັນ​ອື່ນໆ ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ກັນ​ຄວນ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ລະຫວ່າງ 2 ພັກ, 2 ລັດ​ໃຫ້​ເລິກ​ເຊິ່ງກ່ວາ​ອີກ,  ​ເພີ່ມ​ທະວີ​ບັນດາ​ການ​ຢ້ຽມຢາມ ​ແລະ ພົບ​ປະ​ຂັ້ນ​ສູງ, ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ແລກປ່ຽນ ​ແລະ ​ຜັນ​ຂະຫຍາຍ​ບັນດາ​ເນື້ອ​ໃນ, ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ​ບັນດາ​ອົງການ​ພັກ, ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ 2 ຝ່າຍ, ຊຸກຍູ້​ການ​ພົວພັນ​ແລກປ່ຽນ​ລະຫວ່າງ​ບັນດາ​ໝູ່​ຄະນະຢ່າງມີ​ປະສິດທິ​ຜົນ, ​ເພື່ອ​ແນ​ໃສ່​ເພີ່​ມທະວີ​ການ​ສຶກສາ​​ມູນ​ເຊື້ອ​ມິດຕະພາບ, ຄວາມ​ເຂົ້າ​​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະ​ຫວ່າງ​ປະຊາຊົນ 2 ປະ​ເທດ.

        2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃນ​ທຸກໆ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ວັດທະນະ​ທຳ,  ກິລາ, ການທ່ອງທ່ຽວ, ການ​ສຶກສາ.​.​.​ ​ເຮັດ​​ໃຫ້​ເນື້ອ​ແທ້​ການ​ພົວພັນ​ຄູ່​ຮ່ວມ​ມື, ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະຫວ່າງ 2 ປະ​ເທດ​​ອຸດົມສົມບູນ​ຂຶ້ນ​ຕື່ມ, ຊຸກຍູ້​ການ​ຄ້າ 2 ປະ​ເທດ, ສູ້​ຊົນ​ຍົກ​ວົງ​ເງິນ​ການ​ຄ້າ 2 ປະ​ເທດ​ຂຶ້ນ 60 ຕື້ USD ​ໃນ​ປີ 2015. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຊົມ​ເຊຍ ​ແລະ ຫວັງ​ວ່າ​ຝ່າຍ ຈີນ​ເພີ່ມ​ທະວີ​ການ​ລົງທຶນ​ບັນດາ​ໂຄງການ​ໃຫຍ່​ໃນ​ຂົງ​ເຂດ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ປຸງ​ແຕ່ງ, ອຸດສາ​ຫະກຳ​ສຳຮອງ ​ດ້ວຍ​ເຕັກ​ໂນ​ໂລ​ຢີ​ທັນ​ສະ​ໄໝ, ກ້າວໜ້າ.  

ປະທານປະເທດ ເຈືອງເຕີນຊາງ ເຈລະຈາກັບປະທານປະເທດ ຈີນ ສີຈິ້ນຜິງ - ảnh 2
ທ່ານປະທານປະເທດ ເຈືອງເຕີນຊາງ  ແລະ ທ່ານປະທານປະເທດ ສີຈິ້ນຜິງ
(ພາບ: AFP)

2 ຝ່າຍ​ໄດ້​ແລກປ່ຽນ​ຄຳ​ເຫັນ​ຢ່າງ​ຈິງ​ໃຈ, ກົງ​ໄປ​ກົງ​ມາ ​ແລະ ​ເປັນ​ເອກະ​ພາບ​ຈະ​ສືບ​ຕໍ່​ແລກປ່ຽນ ​ແລະ ສົນທະນາ​​ເປັນ​ປະຈຳກ່ຽວ​ກັບ​ບັນຫາ​ບົນ​ທະ​ເລ​, ປະຕິບັດ​ຂໍ້​ຕົກລົງ​ກ່ຽວ​ກັບ​ຫຼັກການ​ພື້ນຖານ​ກ່ຽວ​ກັບ​ບັນຫາ​ບົນ​ທະ​ເລ​ລະຫວ່າງ ຫວຽດນາມ - ຈີນ ຢ່າງ​ເຂັມ​ງວດ, ​ແກ້​ໄຂ​ການ​ພິພາດ​ກັນ​ຜ່ານ​ບັນດາ​ມາດ​ຕະການ​ສັນຕິ​ວິທີ, ຊອກ​ຫາ ​ແລະ ​ແລກ​ປ່ຽນ​ບັນດາ​ມາດ​ຕະການ​ພື້ນຖານ ​ແລ​ະ ຍາວ​ນານ ​ເຊິ່ງ 2 ຝ່າຍລ້ວນ​ແຕ່​ສາມາດ​ຮັບ​ຮູ້​ໄດ້, ​ແກ​້​ໄຂ​ບັນດາ​ບັນຫາ​ເກີດ​ຂຶ້ນ​ຢ່າງ​ສົມ​ເຫດ​ສົມ​ຜົນ, ບໍ່​​ໃຫ້​ສົ່ງຜົນ​ສະທ້ອນ​ເຖິງ​ການ​ພັດທະນາ​ຢ່າງ​ປອດ​​ໂປ່​ງ​ຂອງ 2 ປະ​ເທດ ກໍ່​ຄື​ສັນຕິພາບ, ສະຖຽນ​ລະ​ພາບ ຢູ່​ທະ​ເລ​ຕາ​ເວັນ​ອອກ.

        2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຕໍ່​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ພ້ອມ​ກັນ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ​ໃນ​ປີ​ນີ້, ປະຕິ​ບັດ ໜຶ່ງ ຫຼື 2 ​ໂຄງການ​ຮ່ວມ​ມື​ໃນ​ຈຳນວນ 3 ​ໂຄງການ​ໄດ້​ຕົກລົງ​ແລ້ວ.

        ພີ​ເສດ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ເປັນ​ພິ​ເສດ​ເຖິງ​ບັນ​ຫາ​ອາຊີບ​ປະມົງ ທີ່​ກ່ຽວຂ້​ອງ​ເຖິງ​ຊີວິດ​ການ​ເປັນ​ຢູ່ ​ແລະ ຜົນ​ປະ​ໂຫຍ​ດຂອງ​ຊາວ​ປະມົງ​ ຫວຽດນາມ ນັບ​ລ້ານ​ຄົນ, ສະ​ເໜີ​ໃຫ້ 2 ຝ່າຍ​ຄວນ​ເພີ່ມ​ທະວີ​ການສົມທົບ​ກັນ, ​ແກ້​ໄຂ​ບັນຫາ​ນີ້​ໃຫ້ສົມ​ເຫດ​ສົມ​ຜົນ, ຮັບປະກັນ​ຜົນ​ປະ​ໂຫຍ​ດ, ສິດຜົນປະ​ໂຫຍ​ດ​ອັນ​ຊອບ​ທຳ​ຂອງ​ຊາວ​ປະມົງ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ສະ​ເໜີ​ໃຫ້​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ​ແລະ ກະຊວງ​ກະສິກຳ ຈີນ, ​ໃນ​ໄລຍະ​ຈະ​ມາ​ເຖິງ​ຄວນ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ຜັນ​ຂະຫຍາຍ​ສາຍ​ໂທລະສັບ​ດ່ວນ​ກ່ຽວ​ກັບ​ບັນດາ​ກໍລະນີ​ເກີດການ​ປະ​ທະ​ກັນ​ໃນການ​ເຄື່ອ​ນ​ໄຫວ​ອາຊີບ​ປະມົງ​ບົນ​ທະ​ເລ.

        ການ​ນຳ 2 ທ່ານ​ກໍ່​ເຫັນ​ດີ​ເປັນ​ເອກະ​ພາບ​ເພີ່ມ​ທະວີ​ການ​ປະສານ​ສົບ​ທົບ​ກັນຢູ່​ບັນດາ​ເວທີ​ປາ​ໄສຫຼາຍ​ຝ່າຍ​ຄື: ສະຫະ​ປະຊາ​ຊາດ, ອົງການ​ການ​ຄ້າ​ໂລກ, ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ ອາຊີ - ປາຊີ​ຟີ​ກ, ​ເວທີ​ປາ​ໄສ ອາຊີ - ​ເອີ​ລົບ, ​ເວທີ​ປາ​ໄສ​ພາກ​ພື້ນ ອາ​ຊຽນ, ກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ ​​ແລະ ຈີນ.​.​.​ ພ້ອມ​ກັນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ວັດ​ຖະນາ​ຖາວອນ​ຂອງ​ພາ​ກພື້ນ ​ແລະ ​ໂລກ.

ພາຍຫລັງ​ການ​ເຈລະຈາ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ແລະ ທ່ານ​ປະທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິງ ​ພ້ອມ​ກັນ​ເປັນ​ສັກ​ຂີພິຍານພິທີ​ລົງ​ນາມ​ໃນ​ເອກະສາ​ນຮ່ວມ​ມື​ສຳຄັນ 10 ສະບັບ​ເພື່ອ​ສ້າງ​ບາດກ້າວ​ບຸກທະລຸ, ຊຸກຍູ້​ກາ​ນພົວພັນ​ລະຫວ່າງ​ສອງ​ປະ​ເທດ. ​ໃນ​ນັ້ນ​ມີ​ໂຄງການ​ດຳ​ເນີນ​ງານ​ລະຫວ່າງ​ລັດຖະບານ ຫວຽດນາມ ​ແລະ ລັດຖະບານ ຈີນ​ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ການ​ພົວພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ຈີນ, ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ​ສອງ​ກະຊວງ​ປ້ອງ​ກັນຊາ​ດ; ຂໍ້​ຕົກລົງ​ລະຫວ່າງ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ​ແລະ ກະຊວງ​ກະສິກຳ​ຈີນ ກ່ຽວ​ກັບ​ການ​ສ້າງ​ໂທລະສັບ​ສາຍ​ດ່ວນ​ເມື່ອ​ເກີດ​ເຫດການ​​ໃນ​ການ​ເຄື່ອນ​ໄຫວ​ຫາ​ປາ​ຢູ່​ທະ​ເລ; ບົດ​ບັນທຶກ​ຊ່ວຍ ​ຈຳ​ກ່ຽວ​ກັບ​ການ​ກໍ່ສ້າງ​ສູນວັດທະນະທຳ​ລະຫວ່າງ​ສອງ​ປະ​ເທດ; ກົດ​ລະບຽບ​ວຽກ​ງານ​ຂອງ​ຄະນະ​ກຳມະການ​ຮ່ວມ​ມື​ຄຸ້ມ​ຄອງ​ດ່ານ​ຊາຍ​ແດນ​ທາງບົກ ຫວຽດນາມ - ຈີນ ​ແລະ ບັນດາຂໍ້​ຕົກລົງ​ກ່ຽວ​ກັບການຮ່ວມມືໃນຂົງເຂດ​ກວດກາ, ກວ​ດ​ໂລກ​ລະບາດ​ສຳລັບ​ສັດ, ພືດ​ຂາ​ເຂົ້າ​ຂາ​ອອກ, ​ແຜນການ​ຮ່ວມ​ມື​ລະຫວ່າງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ແລະ ສະມາຄົມ​ມິດຕະພາບ​ພົວພັນ​ຕ່າງປະ​ເທດ​ປະຊາຊົນ​ຈີນ​ໄລຍະ 2013-2017, ສັນ​ສາ​ແມ່​ລະຫວ່າງ​ລັດຖະບານ​ຫວຽດນາມ ​ແລະ ລັດຖະບານ​ຈີນ ກ່ຽວ​ກັບ​​ເລື່ອງ​ຈີນ ສະຫງວນ​ບ້ວງ​ສິນ​ເຊື່ອ​ດ້ວຍ​ດອກ​ເບ້ຍ​ຕຳ່​ໃຫ້​ແກ່​ໂຄງການ​ສື່ສານ, ຂໍ້​ຕົກລົງ​ສຳ​ຫລວດ​ນ້ຳມັນ​ຮ່ວມ​ຢູ່​ອ່າວ​ພາກ​ເຫນືອ.

 

ຂ່າວ/ບົດ​ອື່ນ