ປະທານປະເທດ ເຈືອງເຕີນຊາງ ເຮັດວຽກຢູ່ ແຂວງ ດົ່ງທາບ

ປະທານປະເທດ ເຈືອງເຕີນຊາງ ເຮັດວຽກຢູ່ ແຂວງ ດົ່ງທາບ - ảnh 1
ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕີນ​ຊາງຖະຫວາຍ​ທູບ​ທຽນ ບູຊາອາ​ໄລ​ຫາ ຢູ່​ເຂດ​ປູຊະນີຍະສະຖານ ພໍ່​ຕູ້ ຫງວຽນ​ຊິງ​ຊັກ

(vovworld) - ວັນ​ທີ 13/2 (ກົງ​ກັບ​ວັນ​ທີ 4 ​ເດືອນ​ຈຽງບຸນ​ເຕັດ 2013), ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັ​ດວຽກ​ຢູ່​ແຂ​ວງ ດົ່ງ​ທາ​ບ. ​​ເມື່ອ​ຖະຫວາຍ​ທູບ​ທຽນ ບູຊາອາ​ໄລ​ຫາ ຢູ່​ເຂດ​ປູຊະນີຍະສະຖານ ພໍ່​ຕູ້ ຫງວຽນ​ຊິງ​ຊັກ, ພະບິດາ​ຂອງ​ປະທານ​ໂຮ່ຈີ​ມິນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ມີ​ຄວາມ​ພາກພູມ​ໃຈ​ເມື່ອ​ເຫັນ​ວ່າ: ອົງຄະ​ນະ​ພັກ, ອຳນາ​ດການ​ປົກຄອງ ​ແລະ ປະຊາຊົນ​ແຂວງ ດົ່ງ​ທາ​ບ ​ໄດ້ຮັກສາ ​​ເຂດ​ປູຊະນີຍະສະຖານພໍ່​ຕູ້​​ ຫງວຽນ​ຊິງ​ຊັກ ຢ່າງ​ລອບ​ຄອບ​ຖີ່​ຖ້ວນ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຕີ​ລາຄາ​ສູງ​ບັນດາ​ນັກຊາງທີ່​ໄດ້ບູລະນະ​ປະຕິສັງຂອນ ກ່ຽວ​ກັບ​ຮູບ​ບັ້ນ, ຮູບ​ພາບ​ພໍ່​ຕູ້ ຫງວຽນ​ຊິງ​ຊັກ ຢ່າງ​​ເປັນ​​ເອກະລັກ, ພ້ອມ​ທັງ​ວາດ​ຢ່າງ​ມີ​ຊີວິດ​ຊີວາ ​ເຖິງ​ການ​ເຄື່ອນ​ໄຫວ​ປະຕິວັດ​ຂອງ ພໍ່​ຕູ້. ​

        ​ແລະ​ກໍ່​ໃນ​ວັນ​ທີ 13/2, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​​ລົງ​ຢ້ຽມຢາມ​ບາງ​ກິດຈະ​ກຳ​ຊົນນະບົ​ດ​ໃໝ່ ​ແລະ ​ເຮັດ​ວຽກ​ຢູ່​ຕາ​ແສງ ຮ່ວາ​ອານ, ​ເຊິ່ງ​ແມ່ນຕາ​ແສງ​ຊົນນະບົດ​ໃໝ່​ໄດ້​ຮັບ​ການ​ປົກ​ປ້ອງ​ກໍ່ສ້າງ​ຈາກທ່ານ​ປະທານ​ປະ​ເທດ.

       

 

ຂ່າວ/ບົດ​ອື່ນ