ປະທານປະເທດຈີນປາດຖະໜາການພົວພັນກັບອາເມລິກາຈະໄປຖືກທິດ

ປະທານປະເທດຈີນປາດຖະໜາການພົວພັນກັບອາເມລິກາຈະໄປຖືກທິດ - ảnh 1
ທ່ານ​ປະທານ​ປະ​ເທດ ສື່​ຈີນ​ຜິງ ແລະ
ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ
(ພາບ: AP)

​(vovworld) – ວັນ​ທີ 17/05, ​ໃນ​ການ​ພົບ​ປະ​ກັບ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ຢູ່​ບັກ​ກິ​ງ, ທ່ານ​ປະທານ​ປະ​ເທດ ສື່​ຈີນ​ຜິງ ​ເນັ້ນ​ໜັກ​ວ່າ, ການ​ນຳ 2 ປະ​ເທດ​ໄດ້​ເຫັນ​ດີ​ສ້າງ​ຕັ້ງ​ການ​ພົວພັນ​ປະ​ເທດ​ມະຫາ​ອຳນາດ “​ແບບ​ໃໝ່” ​ແມ່ນ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ຈີນ ​ແລະ ອາ​ເມ​ລິ​ກາ. ທ່ານ ສື່​ຈີນ​ຜິງ ​ໄດ້​ຕີ​ລາຄາ​ສູງ​ບາດ​ກ້າວ​ໃໝ່​ກ່ຽວ​ກັບ​ດ້ານ​ການ​ຄ້າ, ການ​ລົງທຶນ ກໍ່​ຄື​ການທ່ອງທ່ຽວ… ​ເມື່ອ​ເຕື້ອງ​ເຖິງ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ​ອາ​ເມ​ລິ​ກາ​ໃນ​ເດືອນ 09 ຈະ​ມາ​ເຖິງ, ທ່ານ ສື່​ຈີນ​ຜິງ ສະ​ແດງ​ຄວາມ​ລໍຄອຍ​ສືບ​ຕໍ່​ປຶກ​ສາ​ຫາລື​ຢ່າງ​ກົງ​​ໄປ​ກົງ​ມາ​​ ​ແລະ ລະອຽດ​ກັບ​ທ່ານ​ປະທານາທິບໍດີ Brack Obama ກ່ຽວ​ກັບ​ການ​ພົວພັນ​ຮ່ວມ​ມື 2 ຝ່າຍ ​ແລະ ບັນດາ​ບັນຫາ​ໃຫຍ່​ອື່ນ​ອີກ, ​ເພື່ອ​ແນ​ໃສ່​ເປີດ​ກວ້າງ​ການ​ພົວພັນ​ຮ່ວມ​ມື​ກວ່າ​ອີກ, ກໍ່​ຄື​ເພີ່ມ​ທະວີ​ຜົນ​ປະ​ໂຫຍ​ດ​ໃຫ້​ປະຊາຊົນ 2 ປະ​ເທດ. ສ່ວນ​ທ່ານ John Kerry ​ເນັ້ນ​ໜັກ​ວ່າ, ການ​ຮ່ວມ​ມື​ຢ່າງ​ກວ້າງ​ໃຫຍ່​ຂອງ 2 ປະ​ເທດ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສຳຄັນ​ຂອງ 2 ປະ​ເທດ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ, ພ້ອມ​ທັງ​ໄດ້​ພິສູດ​ໃຫ້​ເຫັນ​ວ່າ 2 ຝ່າຍ​ສາມາດ​ແກ້​ໄຂ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​​ຢ່າງ​ສົມ​ເຫດ​ສົມ​ຜົນ.

ຂ່າວ/ບົດ​ອື່ນ