ປະທານປະເທດຈີນສີຈີ້ນຜິງໄປປະຕິບັດງານຢູ່ອາຊີໃຕ້

ປະທານປະເທດຈີນສີຈີ້ນຜິງໄປປະຕິບັດງານຢູ່ອາຊີໃຕ້ - ảnh 1
ທ່ານ​ປະທານ​ປະ​ເທດ ຈີນ ສີ​ຈີ້​ນຜິ​ງ ແລະ ທ່ານປະທານາທິບໍດີ Maldives Abdulla Yameen
(ພາບ: Xinhua)

(vovworld) – ວັນ​ທີ 14/9, ທ່ານ​ປະທານ​ປະ​ເທດ ຈີນ ສີ​ຈີ້​ນຜິ​ງ ​ໄປ​ຍັງ Male, ​ເປັນ​ຂີດ​ໝາຍ​ເປັນຄັ້ງ​ທຳ​ອິດ​ການ​ນຳ ​ປັກ​ກິ​ງ ຢ້ຽມຢາມ​ທາງ​ລັດຖະກິດ Maldives ນັບ​​ແຕ່​ເມື່ອ 2 ປະ​ເທດ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ກ່ອນ​ນີ້ 42 ປີ. ນີ້​ກໍ່​ແມ່ນ​ປະ​ເທດ​ທຳ​ອິດ​ໃນ​ການ​ປະຕິບັດ​ງານ​ຂອງ​ທ່ານ ສີ​ຈີ້​ນຜິ​ງ ​ໃນ​ການ​ປະ​ຕິ​ບັດ​ງານ ອາຊີ​ໃຕ້ ​​ຫຼັງ​ຈາກ​ນັ້ນ​ທ່າ​ນຈະ​ໄປເຖິງ ສີ​ລັງກາ ​ແລະ ອິນ​ເດຍ. ຄາ​ດວ່າ, ຢູ່ Male, ທ່ານ​ປະທານ ສີ​ຈີ້​ນຜິ​ງ ຈະ​ເຈລະຈາ​ກັບ​ປະທານາທິບໍດີ Maldives, ທ່ານ Abdulla Yameen. ​ໃນ​ໄລຍະ 42 ປີຜ່ານມາ, ການ​ພົວພັນ​ຮ່ວມ​ມື ຈີນ - Maldives ສຸມ​ໃສ່​ເຂົ້າ​ໃນ​ຂົງ​ເຂດ​ການ​ຄ້າ ​ແລະ ການທ່ອງທ່ຽວ. ວັນ​ທີ 16/9, ທ່ານ​ປະທານ ສີ​ຈີ້​ນຜິ​ງ ຈະ​ໄປ​​ເຖິງ ສີ​ລັງກາ ​ແລະ ວັນ​ທີ 17/9 ຈະ​ໄປ​ເຖິງ ອິນ​ເດຍ.




ຂ່າວ/ບົດ​ອື່ນ