ປະທານປະເທດຈີນເລີ່ມຕົ້ນການຢ້ຽມຢາມຂັ້ນລັດຖະກິດເຖິງອັງກິດ

ປະທານປະເທດຈີນເລີ່ມຕົ້ນການຢ້ຽມຢາມຂັ້ນລັດຖະກິດເຖິງອັງກິດ - ảnh 1
ທ່ານ​ປະ​ທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິ​ງ ພ້ອມ​ພັນ​ລະ​ຍາດ​ເດີນ​ທາງ​
ໄປ​ຮອດ​ສະໜາມ​ບິນ Heathrow ຢູ່ນະຄອນຫລວງ ລອນ​ດອນ
(ພາບ: AFP)

(vovworld) ຕອນ​ເຊົ້າ​ວັນ​ທີ 20/10 (ຕາມ​ເວລາ ຫວຽດນາມ), ທ່ານ​ປະ​ທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິ​ງ ພ້ອມ​ພັນ​ລະ​ຍາດ​ເດີນ​ທາງ​ໄປ​ຮອດ​ສະໜາມ​ບິນ Heathrow ຢູ່ນະຄອນຫລວງ ລອນ​ດອນ, ​ເລີ່​ມຕົ້ນ​ການ​ຢ້ຽ​ມຢາມ​ທາງລັດຖະກິດ​ເຖິງ ອັງ​ກິດ ​ເປັນ​ເວລາ 4 ວັນ ຕາມ​ຄຳ​ເຊີນ​ຂອງພະ​ລາ​ຊີ​ນີ Elizabeth II. ຕາມ​ແຜນການ, ພະ​ລາ​ຊີ​ນີ Elizabeth ​ຈະ​ຕ້ອນຮັບ ທ່ານ​ປະທານ​ປະ​ເທດ ຈີນ ​ແລະ ​ພັນ​ລະ​ຍາຢູ່​ວັງ Buckingham, ​ທ່ານ​ປະທານ​ປະ​ເທດ​ ຈີນ ​ແລະ ພັນ​ລະ​ຍາເຂົ້າ​ຮ່ວມ​ງານ​ລ້ຽງ​ຂອງ​ລາດ​ຊະ​ວັງ ​ແລະ ມີ​ການ​ພົບ​​ປະກັບລາຊະ​ກຸມມານ Charles, ​ເຈົ້າ​ຊາຍ William. ຄາ​ດວ່າ ການ​ນຳ ຈີນ ຈະ​ມີ​ບົດ​ປາ​ໄສ​ຕໍ່ໜ້າ​ສະພາ​ແຫ່ງ​ຊາດ ອັງກິດ ​ແລະ ສິ້ນ​ສຸດ​ການ​ຢ້ຽມຢາມ​ ​ດ້ວຍ​ການ​ຢ້ຽມຢາມ​ນະຄອນ Manchester ຢູ່​ເຂດ​ຕາ​ເວັນ​ຕົກ​ສຽງ​ເໜືອ ອັງກິດ. ນອກ​ຈາກນັ້ນ, ທ່ານ ສີ​ຈິ້ນ​ຜິ​ງ ອາດ​ຈະ​ມີ​ການ​ພົບ​ປະ​ກັບ​ບັນດາ​ນັກ​ການ​ເມືອງ​ແຖວ​ໜ້າ​ຂອງ​ ອັງ​ກິດ, ​ໃນ​ນັ້ນ​ມີ​ທ່ານ Jeremy Corbyn ການ​ນຳ​ພັກ​ແຮງ​ງານ​ຝ່າຍ​ຄ້ານ .

ຂ່າວ/ບົດ​ອື່ນ