ປະທານປະເທດເຈີ່ນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດກູບາແລະອີຢູປະຈຳຫວຽດນາມ

ປະທານປະເທດເຈີ່ນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດກູບາແລະອີຢູປະຈຳຫວຽດນາມ - ảnh 1
ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ
ຕ້ອນຮັບ​ທ່ານ​ Herminio Lopez Diaz ​ເອກ​ອັກຄະ​ລັດຖະທູດ ກູ​ບາ

(vovworld) – ຕອນ​ເຊົ້າ​ວັນ​ທີ 01/06 ທີ່​ການ​ຕ້ອນຮັບ​ທ່ານ​ Herminio Lopez Diaz ​ເອກ​ອັກຄະ​ລັດຖະທູດ ກູ​ບາ,ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ​ເຊື່ອ​ໝັ້ນ​ວ່າ ປະຊາຊົນ ກູ​ບາ ຈະ​ບັນລຸ​​ໄດ້ຜົນ​ງານ​ໃຫຍ່​ຫລວງຫລາຍ​ຢ່າງ​ກ່ວາ​ອີກ​ໃນ​ພາລະກິດ​ກໍ່ສ້າງ​ປະ​ເທດ ກູ​ບາ ສັງຄົມ​ນິຍົມ, ​ເອກະລາດ, ​ເສລີພາບ, ວັດທະນາ​ຖາວອນ ​ແລະ ພັດທະນາ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຢືນຢັນ​ວ່າ 2 ຝ່າຍ​ຈະ​ເພີ່ມ​ທະວີ​ການ​ແລກປ່ຽນ​ບົດຮຽນດ້ານ​ທິດ​ສະ​ດີ ​ແລະ ປ່ຽນ​ໃໝ່ພຶດຕິ​ກຳ​ຕົວ​ຈິງ​, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ເພື່ອ​ຮັບ​ໃຊ້​ໃຫ້​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ ສັງຄົ​ມນິຍົມ​ຢູ່​ແຕ່ລະ​ປະ​ເທດ, ສືບ​ຕໍ່​ນຳ​ການ​ພົວພັນ​ແບບ​ພິ​ເສດ ຫວຽດນາມ - ກູ​ບາ ​ກ້າວເຂົ້າສູ່​​ລວງ​ເລິກ ​ແລະ ມີ​ປະສິ​​ດທິຜົ​ນ ຄື ການ​ນ​ຳ ​ແລະ ປະຊາຊົນ 2 ປະ​ເທດປາຖະໜາ.

        ທີ່​ການ​ຕ້ອນຮັບ​ທ່ານ Bruno Angelet ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ຄະນະ​ປະຕິບັດ​ງານ​ສະຫະພາບ ​ເອີ​ລົບ (ອີ​ຢູ) ປະຈຳ ຫວຽດນາມ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຕີ​ລາຄາ​ສູງ​ບັນດາ​ການ​ພັດທະນາ​ຢ່າງ​ຕັ້ງໜ້າ​ຂອງ​ການ​ພົວພັນ​ຮ່ວມ​ມື ຫວຽດນາມ - ອີ​ຢູ ​ໃນ​ໄລຍະ​ຜ່ານ​ມາ ​ໃນ​ບັນດາ​ຂົງ​ເຂດ​ຄື: ການ​ຄ້າ, ການ​ລົງທຶນ, ການ​ຮ່ວມ​ມື​ພັດທະນາ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ສະ​ເໜີ ອີ​ຢູ, ກວດກາ​ຄື​ນດ້ານນິຕິ​ທຳ​ຂອງສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ອີ​ຢູ (EVFTA) ​ໃຫ້ສຳ​ເລັດໂດຍ​ໄວ ​ເພື່ອ​ໃຫ້ 2 ຝ່າຍ​ສາມາດ​ລົງ​ນາມ ​ແລະ ​ໃຫ້​ສັດຕະຍາບັນ​ສັນຍາ​ນີ້.

        ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ Bruno Angelet ຢືນຢັນ​ວ່າ: ອີ​ຢູ ຮັບ​ຮູ້​ແຈ້ງ​ຄວາມ​ຂະຫຍັນ​ຂັນ​ເຄື່ອນ, ​ເປັນ​ເຈົ້າ​ການ​ຂອງ ຫວຽດນາມ ​ໃນ​ພາລະກິດ​ພັດທະນາ​ປະ​ເທດ​ຊາດ, ກໍ່ຄື​​ແງ່​ຫວັງພັດທະນາ ​ແລະ ທີ່​ຕັ້ງ​ຂອງ ຫວຽດນາມ ​ໃນ​ພາກ​ພື້ນ ອາ​ຊຽນ. ຄະນະ​ປະຕິບັດ​ງານ ອີ​ຢູ ປະຈຳ ຫວຽດນາມ ປາດ​ຖະໜາ​ຢາກ​ມີ​ການປະກອບສ່ວນ​ຫລາຍ​ກ່ວາ​ອີກ ​ເພື່ອນຳ​ການ​ພົວພັນ ອີ​ຢູ - ຫວຽດນາມ ນັບ​ມີ້ນັບ​ພັດທະນາ.

ຂ່າວ/ບົດ​ອື່ນ