ປະທານປະເທດເຈິ່ນດ້າຍກວາງຢ້ຽມຢາມນະຄອນSaint Petersbug

(VOVWORLD) - ຕອນບ່າຍວັນທີ 30/6, ຕາມເວລາທ້ອງຖີ່ນ, ທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງອອກຈາກນະຄອນຫຼວງ ມົດສະກູ ໄປຢ້ຽມຢາມນະຄອນ Saint Petersbug.

ປະທານປະເທດເຈິ່ນດ້າຍກວາງຢ້ຽມຢາມນະຄອນSaint Petersbug - ảnh 1ທ່ານ Anatoly Artamonov, ຜູ້ວ່າການເຂດ Kaluga ແລະ  ທ່ານປະທານປະເທດ ເຈິ່ນດ້າຍກວາງ

(ພາບ: ສຳນັກຂ່າວສານ)

ກ່ອນໜ້ານັ້ນ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບຜູ້ວ່າການເຂດ Kaluga, ທ່ານ Anatoly Artamonov. ນະທີ່ນີ້, ທ່ານປະທານປະເທດ ເຈິ່ນດ້າຍກວາງ ສະແດງຄວາມຫວັງວ່າ, ອຳນາດການປົກຄອງ ແລະ ປະຊາຊົນ Kaluga ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ຫວຽດນາມ ລົງທຶນ, ດຳເນີນທຸລະກິດສຳເລັດຜົນຢູ່ທີ່ນີ້. ສ່ວນຜູ້ວ່າການ Anatoly Artamonov ກໍ່ປາຖະໜາຈະກາຍເປັນຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈຂອງ ຫວຽດນາມ. ຕອນບ່າຍຂອງວັນດຽວກັນ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບຄະນະການນຳທະນາຄານພັດທະນາເສດຖະກິດສາກົນ ລັດເຊຍ. ທ່ານປະທານປະເທດ ເຈິ່ນດ້າຍກວາງ ເນັ້ນໜັກວ່າ ດ້ວຍແຜນນະໂຍບາຍຂອງການນຳຂັ້ນສູງ ຫວຽດນາມ ແລະ ສະຫະພັນລັດເຊຍ, ທະນາຄານສູນກາງສອງປະເທດ ຈະສົມທົບກັນສ້າງທຸກເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ຫວຽດນາມ ແລະ ສະຫະພັນ ລັດເຊຍ ຮ່ວມມືລົງທຶນ, ດຳເນີນທຸລະກິດໃນຜືນແຜ່ນດິນຂອງກັນ.

        ຕອນເຊົ້າຂອງວັນດຽວກັນ, ຢູ່ນະຄອນຫຼວງ ມົດສະກູ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ແລະ ຄະນະຜູ້ແທນໄດ້ໄປຢ້ຽມຢາມກຸ່ມບໍລິສັດ Zarubezhneft, ເຊິ່ງແມ່ນໜຶ່ງໃນບັນດາກຸ່ມບໍລິສັດນຳ້ມັນອາຍແກສແຖວໜ້າຂອງສະຫະພັນ ລັດເຊຍ. ນະທີ່ນີ້, ທ່ານປະທານປະເທດ ເຈິ່ນດ້າຍກວາງໄດ້ສົ່ງເສີມ, ສະໜັບສະໜູນເລື່ອງເປີດກວ້າງການຮ່ວມມືໃນຂົງເຂດຊອກຫາ, ສຳຫຼວດ, ຂຸດຄົ້ນນຳ້ມັນອາຍແກສ. ທ່ານປະທານປະເທດ ເຈິ່ນດ້າຍກວາງ ອວຍພອນການພົວພັນຮ່ວມມືລະຫວ່າງກຸ່ມບໍລິສັດນຳ້ມັນອາຍແກສແຫ່ງຊາດ ຫວຽດນາມ ແລະ ກຸ່ມບໍລິສັດ Zarubezhneft ນັບມື້ນັບໄດ້ຮັບການເພີ່ມທະວີ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງສອງປະເທດ, ປັບປຸງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ