ປະທານປະເທດເຈີ່ນດ້າຍກວາງສົ່ງສານຂອບໃຈທ່ານປະທານາທິບໍດີຟີລິບປິນ

ປະທານປະເທດເຈີ່ນດ້າຍກວາງສົ່ງສານຂອບໃຈທ່ານປະທານາທິບໍດີຟີລິບປິນ - ảnh 1
ທ່ານປະທານາທິບໍດີ ຟີລິບປິນ Duterte ​ ຕົກລົງ​
ປ່ອຍ​ຕົວ​​ຊາວ​ປະມົງ ຫວຽດນາມ 17 ຄົນ​ເປັນ​ອິດສະຫຼະ ​
(ພາບ: ສະຖານທູດ)

(vovworld) – ​ ວັນ​ທີ 05/11 ພາຍຫລັງທ່ານປະທານາທິບໍດີ ຟີລິບປິນ Duterte ​ ຕົກລົງ​ປ່ອຍ​ຕົວ​​ຊາວ​ປະມົງ ຫວຽດນາມ 17 ຄົນ​ເປັນ​ອິດສະຫຼະ ​ແລະ ລົບ​ລ້າງ​ບັນດາ​ຄຳ​ກ່າວ​ຫາທີ່​ກ່ຽວຂ້ອງ​ເຖິງ​ເລື່ອງ ບັນດາປະມົງ​ເຫຼົ່າ​ນີ້ ພຽງ​ແຕ່​ເຂົ້າ​ເຂດ​ນ່ານທະ​ເລ ຟີ​ລິບ​ປິນ ​ເພື່ອ​ຫຼົ​ບຫຼີກ​ຈາກ​ສະພາບ​ອາ​ກາດ​ບໍ່​ດີເທົ​່ານັ້ນ, ທ່ານ​ປະທານ​ປະ​ເທ​ດ ​ເຈີ່ນ​ດ້າຍ​ກວາງ ສົ່ງສານ​ຂອບ​ໃຈ​ທ່ານປະທານາທິບໍດີ ຟີລິບປິນ Duterte. ​ເນື້ອ​ໃນ​ສານ ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຖື​ວ່າ: ນີ້​ແມ່ນ​ການ​ກະທຳ​ມະນຸດສະທຳ ​ແລະ ນ້ຳ​ໃຈ​ຖານບ້ານ​ເກີດ​ເມືອງ​ນອນ​ອັນ​ດີ​ງາມ​ລະຫວ່າງ 2 ປະ​ເທດ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ປາດ​ຖະໜາ​ວ່າ 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ ຫວຽດນາມ ​ແລະ ຟີ​ລິບ​ປິນ ຈະ​ນັ​ບມື້​ນັບ​ເພີ່ມ​ທະວີ, ປັບປຸງ​ການ​ພົວພັນ​ມິດຕະພາບ​ອັນ​ດີງາມ​ລະຫວ່າງ 2 ປະ​ເທ​ດກ່ວາ​ອີກ ຊຶ່ງ​ໄດ້​ຢືນຢັນ​ໃນ​ຖະ​ແຫຼ​ງການ​ຮ່ວມ ​ເນື່ອງ​ໃນ​ໂອກາດ​ທ່ານ​ປະທານາທິບໍດີ ຟີລິບປິນ Duterte ມາຢ້ຽມຢາມ ຫວຽດນາມ ຫວ່າງ​ແລ້ວ​ນີ້, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື, ການ​ພັດທະນາ ​ແລະ ວັດທະນາ​ຖາວອນ​ຂອງ​ພາກ​ພື້ນ ​ແລະ ​ໂລກ.

ຂ່າວ/ບົດ​ອື່ນ