ປະທານປະເທດເຈືອງເຕີນຊາງ ອວຍພອນບຸນເຕັດບັນດານັກວິທະຍາສາດ

ປະທານປະເທດເຈືອງເຕີນຊາງ ອວຍພອນບຸນເຕັດບັນດານັກວິທະຍາສາດ - ảnh 1
ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ
ພາບ:internet


(vovworld) - ວັນ​ທີ 10/2, ​ເນື່ອງ​ໃນ​ໂອກາດ​ຕົ້ນ​ປີ​ໃຫມ່​ປະຈຳ​ຊາດ​ຫວຽດນາມ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ລົງ​ຢ້ຽມຢາມ ​ແລະ ອວຍພອນ​ບຸນ​ເຕັດ​ບັນດາ​ນັກວິທະຍາສາດ​ດີ​ເດັ່ນ​ພວມ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ ຢູ່ ນະຄອນ​ໂຮ່ຈິ​ມິນ. ທ່ານ​ປະທານ​ປະ​ເທດ ​ໄດ້​ຢື້​ຢາມ​ຖາມ​ຂ່າວ ​ແລະ ອວຍພອນ​ໃຫ້​ບັນດາ​ນັກວິທະຍາສາດພອ້ມ ດ້ວຍ​ຄອບຄົວ​ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ, ມີ​ຄວາມ​ຜາ​ສຸກ, ບັນລຸຜົນງານ​ດີ​ເດັ່ນ​ຫລາຍ​ຢ່າງ​ໃນ​ປີ 2013. ທ່ານ​ປະທານ​ປະ​ເທດ​ຮັບ​ຟັງ​ຄຳ​ເຫັນປະກອບຕ່າງໆ​ຂອງ​ບັນດາ​ນັກ​ວິທະຍາສາດ​​ ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ພັດທະນາ​ພາລະກິດ​ວິທະຍາສາດ ​ເຕັກ​ໂນ​​ໂລ​ຊີ​ຂອງ​ປະ​ເທດ​ຊາດ ​ແລະ ພ້ອມ​ກັນ​ແລກປ່ຽນກ່ຽວ​ກັບ​ສະພາບ​ການ​ເສດຖະກິດ​ສັງຄົມ, ວຽກ​ງານ​ຮັບປະກັນ​ຊີວິດ​ສັງຄົມ, ວຽກ​ງານ​ກໍ່ສ້າງ​ພັກ. ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ບັນດາ​ນັກວິທະຍາສາດ, ປັນຍາ​ຊົນ ຈະ​ເສີມ​ຂະຫຍາຍ​ພູມ​ປັນຍາ, ສະຫງວນ​ກຳລັງ​ເຫື່ອ​ແຮງ, ປະກອບ​ສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ປະ​ເທດ​ຊາດ​ໃນ​ວິວັດ​ການ​ເຊ່ືອມ​ໂຍງ​ເຂົ້າ​ກັບ​ສາກົນ​ຫລາຍ​ກວ່າ​ອີກ.

 

ຂ່າວ/ບົດ​ອື່ນ