(ພາບ:baophutho.vn
(vovworld)- ວັນທີ 6/10, ທ່ານປະທານປະເທດເຈືອງເຕິນຊາງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງອອກຈາກຮ່າໂນ້ຍ ໄປເຂົ້າຮ່ວມກອງປະຊຸມຂັ້ນສູງ ເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ ຄັ້ງທີ 21 (APEC 21) ແຕ່ວັນທີ 7-8/10/2013 ຢູ່ອິນໂດເນເຊຍ ຕາມຄຳເຊີນຂອງປະທານາທິບໍດີ ອິນໂດເນເຊຍ Susilo Bambang Yudhoyno. ໃນ 2 ວັນເຂົ້າຮ່ວມກອງປະຊຸມ APEC 21, ທ່ານປະທານປະເທດເຈືອງເຕິນຊາງ ຈະເຂົ້າຮ່ວມວາລະປະຊຸມຄົບຄະນະຄັ້ງຕ່າງໆ, ສົນທະນາຕາມກຸ່ມ, ດຳເນີນການພົບປະຂັ້ນສູງ, ພົບປະສອງຝ່າຍກັບການນຳບັນດາພື້ນຖານເສດຖະກິດສະມາຊິກ ເພື່ອແນໃສ່ສືບຕໍ່ຜັນຂະຫຍາຍແນວທາງກອງປະຊຸມໃຫ່ຍຄັ້ງທີ 11 ຂອງພັກກອມມູນິດຫວຽດນາມ ກ່ຽວກັບການເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ, ສະແດງນະໂຍບາຍຖືເປັນສຳຄັນ ແລະ ເສີມຂະຫຍາຍ ບົດບາດຢູ່ບັນດາກົນໄກຮ່ວມມືຢູ່ ອາຊີ-ປາຊີຟິກ, ເພີ່ມທະວີການພົວພັນສອງຝ່າຍລະຫວ່າງຫວຽດນາມ ກັບບັນດາປະເທດສະມາຊິກຫຼັກແຫຼ່ງຂອງ APEC.