ປະທານປະເທດເຈືອງເຕິນຊາງຕ້ອນຮັບທ່ານຮອງຫົວໜ້າຫ້ອງວ່າການ ລັດຖະບານຍີ່ປຸ່ນHiroshige Seko
(ທ່ານ ປະທານປະເທດ ເຈືອງເຕິນຊາງ ຕ້ອນຮັບ
ທ່ານຮອງຫົວໜ້າຫ້ອງວ່າການລັດຖະບານ ຍີ່ປຸ່ນ )
(vovworld) - ຕອນບ່າຍວັນທີ 12/4, ໃນການຕ້ອນຮັບທ່ານຮອງຫົວໜ້າຫ້ອງວ່າການລັດຖະບານ ຍີ່ປຸ່ນ Hiroshige Seko ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ກ່ຽວກັບໂຄງການມະຫາວິທະຍາໄລ ຫວຽດນາມ-ຍີ່ປຸ່ນ ຂຶ້ນກັບມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ, ທ່ານປະທານປະເທດ ເຈືອງເຕິນຊາງ ໃຫ້ຮູ້ວ່າ: ມະຫາວິທະຍາໄລ ຫວຽດນາມ-ຍີ່ປຸ່ນ ໄດ້ຮັບຄວາມເອົາໃຈໃສ່ພິເສດຈາກທ່ານປະທານປະເທດ ຫວຽດນາມ, ນາຍົກລັດຖະມົນຕີ ຍີ່ປຸ່ນ ແລະ ພັນທະມິດສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ-ຍີ່ປຸ່ນ. ໂຄງການດັ່ງກ່າວມີໄລຍະເວລາເຮັດລະບຽບການໄວທີ່ສຸດ ແລະ ຫວັງວ່າເມື່ອກໍ່ສ້າງສຳເລັດແລ້ວ, ມະຫາວິທະຍາໄລ ຫວຽດນາມ-ຍີ່ປຸ່ນ ຈະກາຍເປັນບ່ອນບຳລຸງສ້າງລະດັບພາກພື້ນ ແລະ ໂລກ. ທ່ານປະທານປະເທດ ເຈືອງເຕິນຊາງ ປາດຖະໜາວ່າ: ລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ຈະມີແຜນສົມທົບກັນຢ່າງແໜ້ນແຟ້ນ, ຕໍ່ໜ້າຫວັງວ່າຝ່າຍ ຍີ່ປຸ່ນ ຈະແກ້ໄຂລະບຽບການໃຫ້ຝ່າຍ ຫວຽດນາມ ກູ້ຢືມເງິນ 200 ລ້ານ USD ຈາກແຫຼ່ງທຶນ ODA ໂດຍໄວ, ເພື່ອໂຄງການຮັບປະກັນຄວາມຄືບໜ້າແມ່ນເປີດ 6 ລາຍການບຳລຸງສ້າງປະລິນຍາໂທໃນປີ 2016. ທ່ານຮອງຫົວໜ້າຫ້ອງວ່າການລັດຖະບານ ຍີ່ປຸ່ນ Hiroshige Seko ໃຫ້ຮູ້ວ່າ: ລັດຖະບານ ຍີ່ປຸ່ນ ຈະພະຍາຍາມ ເພື່ອໃຫ້ໂຄງການມະຫາວິທະຍາໄລ ຫວຽດນາມ-ຍີ່ປຸ່ນ ທຳການເຄື່ອນໄຫວຖືກກຳນົດເວລາ. ໃນຕໍ່ໜ້າ, ນັບແຕ່ເດືອນ 6/2015, ຍີ່ປຸ່ນ ຈະຈັດສົ່ງ ສາດສະດາຈານ, ນັກຊ່ຽວຊານຈຳນວນໜຶ່ງມາ ຫວຽດນາມ ແລະ ເຮັດວຽກກັບມະຫາວິທະຍາໄລ ຮ່າໂນ້ຍ ເພື່ອແລກປ່ຽນຢ່າງແໜ້ນແຟ້ນກ່ວາ.
ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານເລຂາຄະນະພັກນະຄອນ ໂຮ່ຈິມິນ ເລແທງຫາຍ ກໍ່ໃຫ້ການຕ້ອນຮັບທ່ານຮອງຫົວໜ້າຫ້ອງວ່າການລັດຖະບານ ຍີ່ປຸ່ນ Hiroshige Seko.