ປະທານປະເທດເຈືອງເຕິ໋ນຊາງປະດັບຫຼຽນໄຊແຮງງານໃຫ້ຄະນະຫວຽດນາມຢູ່ສປຊ
ປະທານປະເທດເຈືອງເຕິ໋ນຊາງ
ປະດັບຫຼຽນໄຊແຮງງານໃຫ້ຄະນະຫວຽດນາມຢູ່ສປຊ
(ພາບ: TTXVN)
(vovworld) - ເນື່ອງໃນໂອກາດເຂົ້າຮ່ວມການເຄື່ອນໄຫວສຳຄັນຕ່າງໆໃນຂອບເຂດກອງປະຊຸມໃຫຍ່ ສະມັດຊາ ສະຫະປະຊາຊາດ (ສປຊ) ຄັ້ງທີ 70, ທ່ານປະທານປະເທດ ເຈືອງເຕິ໋ນຊາງ ໄດ້ປະດັບຫຼຽນໄຊແຮງງານຊັ້ນ 2 ໃຫ້ຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ. ກ່າວຄວາມເຫັນທີ່ພິທີປະດັບຫຼຽນໄຊ, ທ່ານປະທານປະເທດ ເຈືອງເຕິ໋ນຊາງ ເນັ້ນໜັກວ່າ, ຫວຽດນາມ ພວມຢືນຢູ່ຕໍ່ໜ້າ ກາລະໂອກາດຫຼາຍຢ່າງ ແຕ່ກໍ່ມີຄວາມຫຍຸ້ງຍາກ, ການທ້າທາຍບໍ່ແມ່ນໜ້ອຍ. ດັ່ງນັ້ນ ຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ຄວນສືບຕໍ່ເສີມຂະຫຍາຍມູນເຊື້ອ, ຮັກສາຄຸນນະທາດ, ມານະພະຍາຍາມໝູນໃຊ້ທຸກກາລະໂອກາດ ເພື່ອເພີ່ມກຳລັງ ແລະ ທ່ວງທ່າຂອງປະເທດຕື່ມອີກ, ປະກອບສ່ວນເຂົ້າພາລະກິດສ້າງສາ ແລະ ປົກປັກຮັກສາປະເທດໃນສະພາບການໃໝ່.