ປະທານປະເທດເຈືອງເຕີ໋ນຊາງພົບປະກັບນາຍົກລັດຖະມົນຕີລັດເຊຍMedvedev

ປະທານປະເທດເຈືອງເຕີ໋ນຊາງພົບປະກັບນາຍົກລັດຖະມົນຕີລັດເຊຍMedvedev - ảnh 1
(ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ​
ພົບ​ປະ​ກັບທ່ານນາຍົກລັດຖະມົນຕີ ລັດ​ເຊຍ Medvedev)


(vovworld) – ​ ​ທີ່ການ​ພົບ​ປະ​ໃນ​ວັນ​ທີ 18/11, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ​ໄດ້ພົບ​ປະ​ກັບທ່ານນາຍົກລັດຖະມົນຕີ ລັດ​ເຊຍ Medvedev ຢູ່ນອກ​ກອງ​ປະຊຸມ​ຂັ້ນ​ສູງ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ ອາຊີ - ປາຊີ​ຟິກ (APEC) ຢູ່ ມາ​ນີລາ ຟີ​ລິບ​ປິນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ່ນ​ຊາງ ​ແລະ ທ່ານ​ນາຍົກລັດຖະມົນຕີ ລັດ​ເຊຍ Medvedev ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່​ນ​ເມື່ອ​​ເຫັນ​ວ່າປີ 2015, ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ສະ​ຫະ​ພັນ​ລັດ​ເຊຍ ​ໄດ້​ມີ​ບັນດາ​ບາດກ້າວ​ພັດທະນາ​ຢ່າງ​ແຮງ ​ແລະ ​ແທດ​ຈິງ, ພິ​ເສດ​ແມ່ນ​ການ​ລົງ​ນາມ​​ໃນສັນຍາ​ການ​ຄ້າ​ເສລີ​ລະຫວ່າງ ຫວຽດນາມ ​ແລະ ພັນທະ​ມິດ​ເສດຖະກິດ ອາຊີ - ​ເອີ​ລົບ ປະກອບສ່ວນ​ເຊື່ອມ​ຕໍ່​ເສດຖະກິດ​ຂອງ 2 ປະ​ເທດ​ຢ່າງ​ແໜ້ນ​ແຟ້ນ, ພ້ອມ​ທັງ ສ້າງ​ພະລັງ​ແຮງ​ໃໝ່, ຕິດ​ພັນກັບ ລັດ​ເຊຍ ​ແລະ ພັນທະ​ມິດ​ກັບ​ປະຊາ​ຄົມ ອາ​ຊຽນ. ​ໃນ​ສະພາ​ວະ​ນັ້ນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ຖື​ວ່າ: ຄວາມ​ຮຽກຮ້ອງ​ອັນ​ຮີບ​ດ່ວນທີ່​ວາງ​ອອກ​ແມ່ນ ຄວນ​ສືບ​ຕໍ່​ປະຕິບັດ ​ແລະ ຜັນ​ຂະຫຍາຍບັນດາ​ການ​ເຈລະຈາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ສະຫະພັນ​ລັດ​ເຊຍ​​ໃຫ້ເລິກ​ເຊິ່ງ ​ແລະ ມີ​ປະສິດທິ​ຜົນ​. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ກໍ​ສະ​ເໜີ ລັດ​ເຊຍ, ດ້ວຍ​ຖານະເປັນ​​ແກ່ນສານ​ໃນ​ພັນທະ​ມິດ​ເສດຖະກິດ ອາຊີ - ​ເອີ​ລົບ, ຊຸກຍູ້​ບັນດາ​ສະມາຊິກ​ອື່ນໆ ​ເຊັນ​ອະນຸມັດ​​ໂດຍ​ໄວ ​ເພື່​ອນຳ FTA ​ເຂົ້າ​​ໃນການ​ປະຕິບັດ. ການ​ນຳ 2 ທ່ານ​ເຫັນ​ດີ​ເປັນ​ເອກະສັນ ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ກ່ວາ​ອີກ, ພິ​ເສດ​ແມ່ນ​ໃນ​ບັນດາຂົງ​ເຂດ ພະລັງງານ, ນ້ຳມັນ​ອາຍ​ແກ​ັສ, ສ້າງ​ຄວາມ​ສະດວກ​ໃຫ້ການ​ເຄື່ອນ​ໄຫວ​ຊຳລະ ​ເພື່ອ​ຊຸກຍູ້​ການ​ຄ້າ 2 ສົ້ນ ​ແລະ ​ເພີ່ມ​ທະວີ​ການສົມທົບ​ກັນ, ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ຫລາຍ​ຝ່າຍ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ກໍ​ສະ​ເໜີ​ທ່ານ​ນາຍົກລັດຖະມົນຕີ Medvedev ສະໜັບສະໜູນ ຫວຽດນາມ ຈັດ​ຕັ້ງ​ປີ APEC ຫວຽດນາມ 2017 ​ໃຫ້​ສຳ​ເລັດ​ຜົນ.

        ​ແລະ​ກໍ​ໃນ​ວັນ​ທີ່ 18/11, ຢູ່ນອກ​ກອງ​ປະຊຸມ​ຂັ້ນ​ສູງ APEC, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ຍັງ​ມີ​ການ​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ ຫຼີຊຽນຫຼົງ ​ແລະ ທ່ານ​ປະທານາທິບໍດີ ​ໂກ​​ໂລມ​ເບຍ Juan Manuel Santos ​ເພື່ອ​ແລກປ່ຽນ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ຮ່ວມ​ມື 2 ຝ່າຍ.

 

ຂ່າວ/ບົດ​ອື່ນ