ປະທານປະເທດເຈືອງເຕີນຊາງຢ້ຽມຢາມງານວາງສະແດງຮູບຖ່າຍຂອງສຳນັກຂ່າວສານAP

ປະທານປະເທດເຈືອງເຕີນຊາງຢ້ຽມຢາມງານວາງສະແດງຮູບຖ່າຍຂອງສຳນັກຂ່າວສານAP - ảnh 1
ປະທານປະເທດເຈືອງເຕີນຊາງຢ້ຽມຢາມງານວາງສະແດງຮູບຖ່າຍຂອງ
ສຳນັກຂ່າວສານAP
(ພາບ:TTXVN )

(​vovworld) – ຕອນ​ບ່າຍ​ວັນ​ທີ 15/6, ທ່ານ​ປະທານ​ປະ​ເທດ ​ເຈືອງ​​ເຕີນ​ຊາງ​ໄດ້​ມາ​ຢ້ຽມຢາມ​ງານ​ວາງສະ​ແດງ​ຮູບ​ຖ່າຍ ຫວຽດນາມ - ສົງຄາມ​ຜ່ານ​ຮູບ​ຖ່າຍ ​ທີ່ພວມ​ວາງສະ​ແດງ​ຢູ່ ຈ່າງ​​ຕ່ຽນ, ຮ່າ​ໂນ້ຍ. ງານ​ວາງສະ​ແດງ​ໄດ້​​ແນະນຳ​ກັບ​ຜູ້​ຊົມ​ຮູບ​ຖ່າຍ 58 ​ແຜ່ນ​ໂດຍ​ບັນດາ​ນັກຖ່າຍຮູບ​ອັນ​ດັບ​ໜຶ່ງ​ຂອງສຳນັກ​ຂ່າວສານ AP ​​ຖ່າຍ​ທຳ​ໃນ​ຊຸມ​​ເດືອນ​ປີ​ສົງ​ຄາມ​ຢູ່ ຫວຽດນາມ, ​ໃນ​ນັ້ນ, ຕ້ອງ​ເຕື້​ອງ​ເຖິງ​ບັນດາ​ຮູບ​ຖ່າຍ​ຄື: ​ເດັກນ້ອຍ Napalm, ພະ​ອາຈານ ທິກ​ກວາງ​ດືກ ​ເຜົາ​ຕົວເອງ…

    ຊົມ​ເຊີຍ​ສຳນັກ​ຂ່າວສານ AP ຈັດ​ຕັ້ງ​ງານ​ວາງສະ​ແດງ​ກ່ຽວ​ກັບ​ສົງຄາມ ຫວຽດນາມ ​ເນື່ອງ​ໃນ​ໂອກ​າດ 2 ປະ​ເທດສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ກາ​ນພົວພັນ​ເປັນ​ປົກກະຕິ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຖື​ວ່າ: ປະ​ຈຸບັນ, ຫວຽດນາມ - ອາ​ເມ​ລິ​ກາ ມີ​ບັນດາ​ບາດກ້າວ​ພັດທະນາ​ກະ​ໂດດ​ຂັ້ນ ​ແລະ ຮອບດ້ານ. ທ່ານ​ປະທານ​ປະ​ເທດ ​ເຈືອ​ງ​ເຕີນ​ຊາງ ຂອບ​ໃຈ​ສຳນັກ​ຂ່າວສານ AP ​ໄດ້​ນຳ​ເອົາບັນດາ​ຂ່າວ, ຮູບ​ພາບ​ເປັນ​ຈິງກ່ຽວ​ກັບ​ສົງຄາມ ຫວຽດນາມມາ​ໃຫ້​ປະຊາຊົນ ອາ​ເມ​ລິ​ກາ ​ແລະ ປະຊາຊົນ​ໃນ​ໂລກ​. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຫວັງ​ວ່າ: ສຳນັກ​ຂ່າວສານ AP ສືບ​ຕໍ່​ປະກ​ອບສ່ວນ​ເຂົ້າ​ໃນ​ການ​ພົວພັນຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ອາ​ເມ​ລິ​ກາ, ສື​ບຕໍ່​ແນະນຳ​ພາບ​ພົດ​ຂອງ​ປະ​ເທດ​ຊາດ, ຊາວ ຫວຽດນາມ ກໍ່ຄື​ປາດ​ຖະໜາ​ຢາກ​ມີ​ສັນຕິພາບ, ມິດຕະພາບ​ຂອງ​ປະຊາຊົນ ຫວຽດນາມ ​ເຖິງ​ທຸກໆ​ປະ​ເທດ​ໃນ​ໂລກ.

                            

ຕອບກັບ

ຂ່າວ/ບົດ​ອື່ນ