ປະທານປະເທດເຈືອງເຕີນຊາງສົ່ງຂອງຂວັນບຸນເຕັດປີວອກໃຫ້ພະນັກງານ,ນັກຮົບແລະປະຊາຊົນເມືອງເກາະເຈື່ອງຊາ

ປະທານປະເທດເຈືອງເຕີນຊາງສົ່ງຂອງຂວັນບຸນເຕັດປີວອກໃຫ້ພະນັກງານ,ນັກຮົບແລະປະຊາຊົນເມືອງເກາະເຈື່ອງຊາ - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ​
(ພາບ​ປະ​ກອບ: TTXVN)


(vovworld) –​ ​ເນື່ອງ​ໃນ​ໂ​ອ​ກາດ​ບຸນ​ເຕັດ​ປີ​ວອກ 2016, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ​ໄດ້​ສົ່ງ​ບັດ​ອວຍ​ພອນ​ບຸນ​ເຕັດ ແລະ 100 ລ້ານ​ດົ່ງ ​ເຊິ່ງແມ່ນ​ຂອງ​ຂວັນ​ໃຫ້​ພະ​ນັກ​ງານ, ນັກ​ຮົບ ແລະ ປະ​ຊາ​ຊົນ​ເມືອງ​ເກາະ​ເຈື່ອງ​ຊາ. ກອງ​ບັນ​ຊາ​ການ​ທະ​ຫານ​ເຂດ 4 ​ເຫຼົ່າ​ທັບ​ເຮືອ, ​ນັບ​ຮົບ ແລະ ປະ​ຊາ​ຊົນ​ເມືອງ​ເກາະ​ເຈື່ອງ​ຊາ ໄດ້​ຮັບ​ຂອງ​ຂ​ວັນ​ດັ່ງ​ກ່າວ ແລະ​ ຖືນີ້​ແມ່ນ​ຄວາມ​ເອົາ​ໃຈ​ໃສ່ພິ​ເສດ​ຂອງ​ປະ​ທານ​ປະ​ເທດ, ຍິ່ງ​ມີ​ຄວາມ​ຮັບ​ຮູ້​ແຈ້ງ​ກ່ຽວ​ກັບ​ທີ່​ຕັ້ງ, ຄວາມ​ສຳ​ຄັນ​ຂອງ​ທະ​ເລ, ໝູ່​ເກາະ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ພະ​ນັກ​ງານ, ນັກ​ຮົບ ແລະ ປະ​ຊາ​ຊົນ​ເມື​ອງ​ເກາະ​ໝັ້ນ​ໝາຍ​ວ່າ ຈະ​ມາ​ນະ​ພະ​ຍາ​ຍາມ​ຜ່ານ​ຜ່າ​ທຸກ​ຄວາມ​ຫ​ຍຸ​້ງ​ຍາກ, ສິ່ງ​ທ້າ​ທາຍ, ຍົກ​ສູງ​ກຳ​ລັງ​ແຮງ​ສັງ​ລວ​ມ, ກໍ່​ສ້າງ​ໝູ່​ເກາະ​ໃຫ້ “ໝັ້ນ​ຄົງເຂັ້ມ​ແຂງ​ໃນ​ການ​ປ້ອງ​ກັນ, ມີ​ວິ​ຖີ​ດຳ​ເນີນ​ຊີ​ວິດ​ທີ່​ດີ, ມີ​ທັດ​​ສະ​ນີ​ຍະ​ພາບ​ສວຍ​ງາ​ມ, ​ເປັນ​ແບບ​ຢ່າງກ່ຽວ​ກັບ​ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ​ນັກ​ຮົບ ແລະ ປະ​ຊາ​ຊົນ”; ຍາມ​ໃດ​ກ​ໍ​ຍົກ​ສູງ​ຈິດ​ໃ​ຈ​ລະ​ມັດ​ລະ​ວັງ, ກຽມພ້ອມຕໍ່​ສູ້​ເພື່​ອ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ເຂດ​ທະ​ເລ, ໝູ່​ເກາະ​ທີ່​ສັກ​ກະ​ລະ​ບຸ​ຊາ​ຂອງ​ປະ​ເທດ​ຊາດ​ໄວ້​ຢ່າງ​ໝັ້ນ​ຄົງ.

ຂ່າວ/ບົດ​ອື່ນ