ທ່ານປະທານປະເທດ ເຈືອງເຕີ໋ນຊາງ
ກ່າວຄຳເຫັນຊີ້ນຳໃນກອງປະຊຸມຄັ້ງທີ 22
(ພາບ: TTXVN)
(vovworld) - ວັນທີ 18/9, ກ່າວຄຳເຫັນຊີ້ນຳໃນກອງປະຊຸມຄັ້ງທີ 22 ຄະນະຊີ້ນຳການປະຕິຮູບຕຸລາການສູນກາງ, ທ່ານປະທານປະເທດ ເຈືອງເຕີ໋ນຊາງ ຫົວໜ້າຄະນະຊີ້ນຳ ການປະຕິຮູບຕຸລາການສູນກາງ ເນັ້ນໜັກວ່າ: ແຜນຮ່າງສະພາບຕົວຈິງ ແລະ ມາດຕະການປ້ອງກັນຕ້ານການຫຍໍ້ທໍ້ໃນການເຄື່ອນໄຫວຕຸລາການແມ່ນຫົວເລື່ອງຫຍຸ້ງຍາກ ແລະ ມີຄວາມສຳຄັນທີ່ສຸດສຳລັບການເຄື່ອນໄຫວຂອງຂະແໜງຕຸລາການ. ທ່ານປະທານປະເທດ ສະເໜີສານປະຊາຊົນສູງສຸດ ໄອຍະການປະຊາຊົນສູງສຸດ ຮັບເອົາຄຳເຫັນເພື່ອຍົກສູງຄຸນນະພາບປະສິດທິຜົນຂອງແຜນຮ່າງດັ່ງກ່າວ.