ປະທານສະພາ ແຫ່ງຊາດ ຫງວຽນຊິງຮຸ່ງ ເຂົ້າເຝົ້າ ພະເຈົ້າຈັກກະພັດຍີ່ປຸ່ນ

ປະທານສະພາ ແຫ່ງຊາດ ຫງວຽນຊິງຮຸ່ງ ເຂົ້າເຝົ້າ ພະເຈົ້າຈັກກະພັດຍີ່ປຸ່ນ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ
ໄດ້ເຂົ້າ​ເຝົ້າ​ພະ​ເຈົ້າ​ຈັກ​ກະພັດ​ຍີ່ປຸ່ນ Akihito
(ພາບ: TTXVN)


(vovworld) -     ​ໂດຍ​ສືບ​ຕໍ່​​ການ​ຢ້ຽມຢາມຍີ່​ປຸ່ນ ຢ່າງ​ເປັນ​ທາງ​ການ, ວັນ​ທີ 6/12, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້ເຂົ້າ​ເຝົ້າ​ພະ​ເຈົ້າ​ຈັກ​ກະພັດ​ຍີ່ປຸ່ນ Akihito ຢູ່​ພະ​ລາຊະ​ວັງ. ນີ້​ແມ່ນ​​ເຫດການ​ພິ​ເສດ, ຢືນຢັນ​ຄວາມ​ສຳຄັນ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ - ຍີ່ປຸ່ນ. ​​ເມື່ອ​ແຈ້ງ​​ໃຫ້ພະ​ເຈົ້າ​ຈັກ​ກະພັດ Akihito ຊາບກ່ຽວ​ກັບ​ໝາກຜົນ​ຂອງ​ການ​ເຈລະຈາ​ກັບທ່ານ​ປະທານ​ສະ​ພາ​ສູງ​ຍີ່​ປຸນ Hirata Kenji, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນ​ຊິງ​ຮຸ່ງ ​ໃຫ້​ຮູ້​ວ່າ ສອງ​ຝ່າຍ​ໄດ້​ເປັນ​ເອກະ​ພາບ​ນຳ​ກັນຈະ​ສືບ​ຕໍ່ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ, ຮ່ວມ​ມື, ​ແບ່ງປັນ​ບົດ​ຮຽນດ້ານ​ນິຕິບັນຍັດລະຫວ່າງ​ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ; ປະກອບສ່ວນສືບ​ຕໍ່​ຍູ້​ແຮງ​ປະສິດ​ທິຜົນ​ແຫ່ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ ​ເຊິ່ງ​ພວມ​ໄດ້​ຮັບ​ການ​ພັດທະນາ​ອັນ​ດີງາມ​ ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ ​ໃນ​ທຸກ​ຂົງ​ເຂດ​. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນ​ຊິງ​ຮຸ່ງ ຂອບ​ອົກ​ຂອບ​ໃຈ ​ແລະ ຕີ​ລາຄາ​ສູງ​ເລື່ອງ​ ຍີ່ປຸ່ນ ສືບ​ຕໍ່​ສະຫ​ງວນທຶນ ODA ​ໃນ​ລະດັບ​ໃຫ້​ແກ່​ຫວຽດນາມ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ ຢືນຢັນ​ວ່າ ຍາມ​ໃດ​ຫວຽດນາມ ກໍ​ຖື​ເປັນ​ສຳຄັນ ​ແລະ ​ຈະ​ເພີ່ມ​ທະວີ​ລະບອບຕິດຕາມ​ກວດກາ​​ປະຕິບັດ​ການ​ນຳ​ໃຊ້ແຫຼ່ງທຶນດັ່ງກ່າວຢ່າງ​ມີ​ປະສິດທິ​ຜົນ ​ແລະ ມີ​ຜົນ​ປະ​ໂຫຍ​ດທີ່​ສຸດ.

ສ່ວນພະ​ເຈົ້າ​ຈັກ​ກະພັດ​ຍີ່ປຸ່ນ Akihito ປາດ​ຖະໜາ​ວ່າ ສອງ​ຝ່າຍຈະ​ສົມທົບ​ກັນ​ຈັດ​ຕັ້ງ​ສຳ​ເລັດເຫດ​ການ​ປີ​ມິດຕະພາບ​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ, ປະກອບສ່ວນ​ເຮັດ​ໃຫ້​ການ​ພົວພັນ​ຮ່ວມ​ມື, ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​​ເລິກ​ເຊິ່ງຂຶ້ນ​ຕື່ມ.

ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ຫງວຽນ​ຊິງ​ຮຸ່ງ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ Hatoyama, ອະດີດ​ນາຍົກລັດຖະມົນຕີ ຍີ່ປຸ່ນ, ຕ້ອນຮັບ​ການ​ນຳ​ພັກ​ກອມ​ມູນິດ​ ຍີ່ປຸ່ນ.

ຂ່າວ/ບົດ​ອື່ນ