ປະທານສະພາຕ່ຳອາເມລິກາ ໄດ້ຮັບການເລືອກຕັ້ງຄືນໃໝ່

(VOVWORLD) -ໄລ່ຮອດຈຸດເວລານີ້, ທ່ານນາງ Nancy Pelosi ຍັງແມ່ນປະທານສະພາຕ່ຳເພດຍິງໜຶ່ງດຽວໃນປະຫວັດສາດຂອງອາເມລິກາ.

ປະທານສະພາຕ່ຳອາເມລິກາ ໄດ້ຮັບການເລືອກຕັ້ງຄືນໃໝ່ - ảnh 1ທ່ານນາງ Nancy Pelosi ປະທານສະພາຕ່ຳອາເມລິກາ

(ພາບ: AFP/TTXVN)

ວັນທີ 03 ມັງກອນ, ໃນກອງປະຊຸມຄັ້ງທຳອິດຂອງສະພາຕ່ຳຊຸດໃໝ່ຂອງ ອາເມລິກາ ຊຸດທີ 117, ທ່ານນາງ Nancy Pelosi ຂອງພັກປະຊາທິປະໄຕ ສືບຕໍ່ໄດ້ຮັບການເລືອກຕັ້ງເປັນປະທານສະພາຕ່ຳອາເມລິກາ. ສະນັ້ນ, ໄລ່ຮອດຈຸດເວລານີ້, ທ່ານນາງ Nancy Pelosi ຍັງແມ່ນປະທານສະພາຕ່ຳເພດຍິງໜຶ່ງດຽວໃນປະຫວັດສາດຂອງອາເມລິກາ.

        ສະພາຕ່ຳອາເມລິກາ ຊຸດໃໝ່ລວມມີສະມາຊິກ 433 ຄົນ. ເຖິງວ່າຖືກເສຍ 13 ທີ່ນັ່ງ ຕໍ່ພັກສາທາລະນະໃນການເລືອກຕັ້ງເມື່ອເດືອນ ພະຈິກ 2020 ກໍຕາມ,  ແຕ່ພັກປະຊາທິປະໄຕຍັງມີສິດຄວບຄຸມສະພາຕ່ຳຊຸດໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ