ປະທານສະພາແຫ່ງຊາດ Nguyen Sinh Hung ສິ້ນສຸດການຢ້ຽມຢາມ ລາວ

ປະທານສະພາແຫ່ງຊາດ Nguyen Sinh Hung ສິ້ນສຸດການຢ້ຽມຢາມ ລາວ - ảnh 1
(ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung
ເດີນທາງ​ອອກ​ຈາກ​ນະຄອນ​ຫຼວງ​ວຽງ​ຈັນ, ລາວ, ກັບ​ເມືອ​ປະ​ເທດ)

(vovworld) -     ຕອນ​ບ່າຍ​ວັນ​ທີ 3/10, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ​ແລະ ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດຫວຽດນາມ ​​ໄດ້ເດີນທາງ​ອອກ​ຈາກ​ນະຄອນ​ຫຼວງ​ວຽງ​ຈັນ ກັບ​ເມືອ​ປະ​ເທດ, ສິ້ນ​ສຸດ​ການ​ຢ້ຽມຢາມ ລາວ ​ແລະ ສຳ​ເລັດ​ການເຂົ້າ​ຮ່ວມ​ກອງ​ປະຊຸມການ​ເປັນຄູ່​ຮ່ວມ​ລັດຖະສະພາ​ອາຊີ - ​ເອີ​ລົບ ຄັ້ງ​ທີ 7 (ASEP 7) ຢ່າງ​ຈົບງາມ.

        ​ໃນ​ໄລຍະ​ຢູ່​ຢ້ຽມຢາມ​ລາວ ​ແລະ ເຂົ້າ​ຮ່ວມ​ກອງ​ປະຊຸມການ​ເປັນຄູ່​ຮ່ວມ​ລັດຖະສະພາ​ອາຊີ - ​ເອີ​ລົບ ຄັ້ງ​ທີ 7 (ASEP 7),  ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ​ແລະ ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດຫວຽດນາມ​ ໄດ້​ເຂົ້າ​ຢ້ຽມ​ຂໍ່ານັບທ່ານເລຂາທິການ​​ໃຫຍ່, ​ປະທານ​ປະ​ເທດລາວ ຈູມມາລີ ​ໄຊ​ຍະ​ສອນ. ພົບ​ປະ​ເຈລະຈາ​ກັບ​ທ່ານນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ. ທີ່​ບັນດາ​ການ​ພົບ​ປະ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ​ໄດ້​ຢືນຢັນ​ວ່າ ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ສືບ​ຕໍ່​ຮ່ວມ​ມື, ສະໜັບສະໜູນ ​ແລະ ຊ່ວຍ​ເຫຼືອ​ລາວ ​ໃນ​​ເວທີ​ປາ​ໄສ​ຫຼາຍ​ຝ່າຍ​ເພື່ອ​ສັນຕິພາບ, ການພັດທະນາ ​ແລະ ຄວາມວັດ​ຖະນາ​ຖາວອນ​​ໃນພາກ​ພື້ນ ​ແລະ ຢູ່​ໃນ​ໂລກ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ​​ມີ​ຄວາມ​ເພີ່ງ​ພໍ​ໃຈ​ເມື່ອ​ເຫັນ​ວ່າການພັດທະນາ​ການ​ພົວພັນລະຫວ່າງ​ 2 ພັກ, 2 ລັດ, 2 ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ​ 2 ປະ​ເທດ​ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ ​ແລະ ຂະຫຍາຍ​ຕົວ, ​ນັບມື້​ນັບ​ກ້າວເຂົ້າ​ສູ່​ລວງ​ເລິກ ​ແລະ ​ມີ​ປະສິດທິ​ຜົນແທດ​ຈິງ​.

ຂ່າວ/ບົດ​ອື່ນ