ປະ​ທານ​ສະ​ພາ​ແຫ່ງ​ຊາດ ບຸນ​ກາ​ຣີ ມາ​ຢ້ຽມ​ຢາມ ແລະ ມີ​ການ​​ບັນ​ລະ​ຍາຍ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ

(VOVWORLD) - ານປະທານສະພາແຫ່ງຊາດ ບຸນກາຣີ Rossen Dimitrov Jeliazkov ຖືວ່າ ນອກຈາກເປົ້າໝາຍພັດທະນາເສດຖະກິດແລ້ວ, ສອງປະເທດ ຍາມໃດກໍຖືການພັດທະນາວັດທະນະທຳເປັນສຳຄັນ, ອີງໃສ່ບັນດາລັກສະນະຄ້າຍຄືກັນ ກ່ຽວກັບດ້ານປະຫວັດສາດ.
ປະ​ທານ​ສະ​ພາ​ແຫ່ງ​ຊາດ ບຸນ​ກາ​ຣີ ມາ​ຢ້ຽມ​ຢາມ ແລະ ມີ​ການ​​ບັນ​ລະ​ຍາຍ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ - ảnh 1ທ່ານປະທານສະພາແຫ່ງຊາດ ບຸນກາຣີ Rossen Dimitrov Jeliazkov ບັນລະຍາຍກ່ຽວກັບສາຍພົວພັນສອງປະເທດ (ພາບ: VOV)

ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຕາມຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ, ຕອນເຊົ້າວັນທີ 09 ກັນຍາ, ທ່ານປະທານສະພາແຫ່ງຊາດ ບຸນກາຣີ Rossen Dimitrov Jeliazkov ໄດ້ໄປຢ້ຽມຢາມມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ມີການບັນລະຍາຍ ດ້ວຍຫົວຂໍ້ “ສາຍພົວພັນສອງຝ່າຍ ບຸນກາຣີ ແລະ ຫວຽດນາມ ຜ່ານແງ່ມູນສາຍພົວພັນເສດຖະກິດ ແລະ ວັດທະນະທຳ”. ນະທີ່ນີ້, ທ່ານອະທິການບໍດີ ມະຫາວິທະຍາໄລ ຮ່າໂນ້ຍ ເລກວນ ປາດຖະໜາວ່າ ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ແລະ ມະຫາວິທະຍາໄລແຫ່ງອື່ນໆຂອງ ສ.ບຸນກາຣີ ຈະມີໂອກາດແລກປ່ຽນ, ຮ່ວມມືຢ່າງເລິກເຊິ່ງກວ້າງຂວາງກວ່າອີກໃນຂົງເຂດການສຶກສາ, ບຳລຸງສ້າງ, ຄົ້ນຄວ້າວິທະຍາສາດ, ເຊິ່ງເປັນບັນດາຂົງເຂດພື້ນຖານທີ່ສຸດຂອງການພົວພັນຄູ່ຮ່ວມມືແບບຍືນຍົງລະຫວ່າງສອງປະເທດ.  ທ່ານປະທານສະພາແຫ່ງຊາດ ບຸນກາຣີ Rossen Dimitrov Jeliazkov ຖືວ່າ ນອກຈາກເປົ້າໝາຍພັດທະນາເສດຖະກິດແລ້ວ, ສອງປະເທດ ຍາມໃດກໍຖືການພັດທະນາວັດທະນະທຳເປັນສຳຄັນ, ອີງໃສ່ບັນດາລັກສະນະຄ້າຍຄືກັນ ກ່ຽວກັບດ້ານປະຫວັດສາດ. ສຳລັບການສຶກສາ, ບຸນກາຣີ ມີຄວາມປາດຖະໜາຢາກແລກປ່ຽນຄູອາຈານ ຫວຽດນາມ ໄປເຮັດວຽກຢູ່ ບຸນກາຣີ, ແນໃສ່ໂຄສະນາມູນເຊື້ອວັດທະນະທຳ, ວັນນະຄະດີອັນດີງາມຂອງ ຫວຽດນາມ ໃຫ້ປະຊາຊົນ ບຸນກາຣີ.

ຕອບກັບ

ຂ່າວ/ບົດ​ອື່ນ