(vovworld) – ຕອນເຊົ້າວັນທີ 23/2, ຢູ່ນະຄອນ ວິງ, ແຂວງ ເງ້ອານ, ຄະນະກຳມະການປະຊາຊົນ ແຂວງ ເງ້ອານ ໄດ້ຈັດຕັ້ງກອງປະຊຸມພົບປະສັງສັນຕົ້ນລະດູບານໃໝ່ ກັບບັນດານັກລົງທຶນ. ນີ້ເປັນຄັ້ງທີ 5 ຢ່າງລຽນຕິດທີ່ແຂວງ ເງ້ອານ ໄດ້ຈັດຕັ້ງກອງປະຊຸມເພື່ອສົ່ງເສີມການລົງທຶນໃນໂອກາດຕົ້ນລະດູບານໃໝ່, ເພື່ອແນໃສ່ດຶງດູດການເຂົ້າຮ່ວມຂອງບັນດາວິສະຫະກິດທັງຢູ່ພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນ, ພັດທະນາ. ມາຮອດປະຈຸບັນ, ແຂວງ ເງ້ອານ ໄດ້ດຶງດູດ 335 ໂຄງການລົງທຶນທັງຢູ່ພາຍໃນ ແລະ ຕ່າງປະເທດ, ດ້ວຍຍອດຈຳນວນເງິນລົງທຶນທີ່ໄດ້ໝັ້ນໝາຍແມ່ນກ່ວາ 100.000 ຕື້ດົ່ງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊິງຮູ່ງ ສະເໜີໃຫ້ແຂວງ ເງ້ອານ ແລະ ບັນດານັກທຸລະກິດ, ວິສາຫະກິດຄວນປ່ຽນໃໝ່ຄວາມຄິດ, ວິທີປະຕິບັດ ເພື່ອລົງທຶນ ເຂົ້າແຂວງ ເງ້ອານ ບັນລຸປະສິດທິຜົນສູງສຸດ. ກ່ອນອື່ນໝົດ ແມ່ນ ຜັນຂະຫຍາຍທຸກໆແຫຼ່ງຊັບພະຍາກອນມະນູດ, ປ່ຽນໃໝ່ພື້ນຖານບໍລິຫານຢ່າງແຮງ ເພື່ອສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ກ່ອນອື່ນໝົດແມ່ນຂົງເຂດການລົງທຶນ, ນຳໃຊ້ພຸມປັນຍາ ແລະ ຂຸດຄົ້ນທຸກຄວາມສາມາດບົ່ມຊ້ອນ, ທ່າແຮງ ຢ່າງມີປະສິດທິຜົນ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ສະເໜີວ່າ: ໃນການລົງທຶນພັດທະນາ, ແຂວງ ເງ້ອານ ຕ້ອງຖືເປັນສຳຄັນປັດໄຈຮ່ວມສຳພັນເຂດ ແລະ ຕ້ອງເໝາະສົມກັບແຜນກຳນົດພັດທະນາຂອງທົ່ວປະເທດ, ຊຸກຍູ້ການກໍ່ສ້າງພື້ນຖານໂຄງລ່າງ ໄປຄຽງຄູ່ກັບການປັບປຸງດ້ານບໍລິຫານ ເພື່ອສ້າງກຳລັງໜູນໃໝ່ສູງກ່ວາ, ແທດຈິງ ແລະ ມີປະສິດທິຜົນກ່ວາ.