ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງແຂວງວິ້ງຟຸກ

ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງແຂວງວິ້ງຟຸກ - ảnh 1
​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ
ຄຳ​ເຫັນ​ທິ່ພິທີສະ​ເຫຼີ​ມສະຫຼອງ
(ພາບ: vovgiaothong.vn)


(vovworld) – ຕອນ​ເຊົ້າ​ວັນ​ທີ 12/02, ກ່າວ​ຄຳ​ເຫັນ​ທິ່ພິທີສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ແຂວງ​ວິ້ງ​ຟຸກ, ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ​ເນັ້ນ​ໜັກ​ວ່າ, ​ພະນັກງານ, ສະມາຊິກ​ພັກ​ແຕ່ລະ​ຄົນ, ​ວິ​ສາ​ຫະກິດ​ແຕ່ລະ​ແຫ່ງ ​ແລ​ະ ປະຊາຊົນ​ພານ​ໃຍ​ແຂວງຕ້ອງ​ສືບ​ຕໍ່​ສາມັກ​ຄີ, ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ຄັ້ງ​ທີ 11 ຢ່າງ​ມີ​​ໂຊ, ນຳ​ແຂວງ​ວິ້ງ​ຟຸກ ກ້າວຂຶ້ນຢ່າງໄວ ​ແລະ ໝັ້ນຄົງ​ກວ່າ.

        “​ໃນ​ໄລຍະ​ຈະ​ມາ​ເຖິງ, ວິ້ງ​ຟຸກ ຕ້ອງ​ສືບ​ຕໍ່​ສຸມ​ໃສ່​ຍູ້​ແຮງ​ການ​ສ້າງ​ໂຄງ​ປະກອບ​ຄືນ​ໃໝ່ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ດ້ານ​ເສດຖະກິດ, ຍົກ​ສູງ​ຄຸນ​ນະພາ​ບແຫຼ່ງຊັບພະຍາກອນ​ມະນຸດ, ສ້າງ​ຖັນ​ແຖວ​ພະນັກງານ​ຕອບ​ສະໜອງ​ໄດ້​ຄວາມ​ຮຽກ​ຮ້ອງຕ້ອງການ​ໃໝ່. ພ້ອມ​ກັບ​ການ​ພັດທະນາ​ເສດຖະກິດ, ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ບັນຫາ​ວັດທະນະທຳ​ສັງຄົມ, ​ໂດຍ​ສະ​ເພາະ​ແມ່ນ​ເລື່ອງ​ຮັບປະກັນ​ຊີວິດ​ສັງຄົມ, ກໍ່ສ້າງ​ຊົນນະບົດ​ໃໝ່. ສືບ​ຕໍ່​ລົບ​ລ້າງ​ຄວາມ​ອຶດຫິວ ຫຼຸດຜ່ອນ​ຄວາມທຸກ​ຍາກ, ຍົກ​ສູງ​ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ໃຫ້​ແກ່​ປະຊາຊົນ. ຖື​​ເປັນ​ສຳຄັນການ​ພັດ​ທະ​ນາ​ການ​ສຶກສາ​ບຳລຸງ​ສ້າງ, ​ກາ​ນສົ່ງ​ເສີມ ​ແລະ ຮັກສາ​ສຸຂະພາບ​ໃຫ້​ປະ​ຊົນ, ປົກ​ປັກ​ຮັກສາ​ສິ່ງ​ແວ​ດລ້ອມ, ສົມທົບ​ກັນ​ຢ່າງ​ແໜ້ນ​​ແຟ້ນລະຫວ່າງ​ການ​ພັດທະນາ​ເສດຖະກິດ​ ພ້ອມ​ກັບ​ການ​ປັບປຸງ​ການປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫ​ງົບ ​ແລະ ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ໝູ່ປະຊາຊົນ ​ເພື່ອ​ປະຕິບັດ​ບັນດາ​ຄາດໝາຍ​ໜ້າ​ທີ່​ໃນ​ປີ 2015 ຢ່າງ​ມີ​ໄຊ, ກະກຽມຢ່າງຮອບດ້ານ ​​ເພື່ອຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ທຸກ​ຂັ້ນ​​ໃຫ້​ສຳ​ລັດ​ຜົນ”.

ຂ່າວ/ບົດ​ອື່ນ