ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຕ້ອນ​ຮັບ​ການ​ນຳ​ກຸ່ມ​ບໍ​ລິ​ສັດນ້ຳ​ມັນ​ອາຍ​ແກັດ ແຫ່ງ​ຊາດ ອິນ​ເດຍ

(VOVWORLD) - ຫວຽດນາມ ຈະສ້າງເງື່ອນໄຂສະດວກໃຫ້ບັນດາບໍລິສັດຂອງ ອິນເດຍ ສືບຕໍ່ເປີດກວ້າງການລົງທຶນ, ດຳເນີນທຸລະກິດແບບຍາວນານໃນຂົງເຂດພະລັງງານ, ສຳຫຼວດ, ຂຸດຄົ້ນນ້ຳມັນອາຍແກັດຢູ່ໄຫຼ່ທະວີບ ແລະ ເຂດເສດຖະກິດຈຳເພາະຂອງ ຫວຽດນາມ. 
ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຕ້ອນ​ຮັບ​ການ​ນຳ​ກຸ່ມ​ບໍ​ລິ​ສັດນ້ຳ​ມັນ​ອາຍ​ແກັດ ແຫ່ງ​ຊາດ ອິນ​ເດຍ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຕ້ອນຮັບການນຳກຸ່ມບໍລິສັດນ້ຳມັນອາຍແກັດ ແຫ່ງຊາດ ອິນເດຍ (ພາບ: VOV)

ຕອນເຊົ້າວັນທີ 17 ທັນວາ, ທີ່ການຕ້ອນຮັບທ່ານ AK Gupta, ຜູ້ອຳນວຍການຝ່າຍບໍລິຫານກຸ່ມບໍລິສັດນ້ຳມັນອາຍແກັດແຫ່ງຊາດ ອິນເດຍ, ໃນຂອບເຂດການຢ້ຽມຢາມ ອິນເດຍ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໃຫ້ຮູ້ວ່າ ຫວຽດນາມ ຈະສ້າງເງື່ອນໄຂສະດວກໃຫ້ບັນດາບໍລິສັດຂອງ ອິນເດຍ ສືບຕໍ່ເປີດກວ້າງການລົງທຶນ, ດຳເນີນທຸລະກິດແບບຍາວນານໃນຂົງເຂດພະລັງງານ, ສຳຫຼວດ, ຂຸດຄົ້ນນ້ຳມັນອາຍແກັດຢູ່ໄຫຼ່ທະວີບ ແລະ ເຂດເສດຖະກິດຈຳເພາະຂອງ ຫວຽດນາມ. ບໍ່ພຽງແຕ່ໃນຂົງເຂດນ້ຳມັນອາຍແກັດເທົ່ານັ້ນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຫວັງວ່າ ວິສາຫະກິດ ອິນເດຍ ຈະມີການລົງທຶນເຂົ້າຂົງເຂດອື່ນຂອງ ຫວຽດນາມ ຕື່ມອີກ ເພື່ອມຸ່ງໄປເຖິງການຍົກວົງເງິນການຄ້າລະຫວ່າງສອງປະເທດໃຫ້ບັນລຸ 15 ຕື້ USD ໃນໄລຍະຈະມາເຖິງ.  ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຢັ້ງຢືນວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາປົກປ້ອງສິດຜົນປະໂຫຍດຂອງນັກລົງທຶນຕາມຂໍ້ກຳນົດກົດໝາຍ. ໃນໄລຍະຈະມາເຖິງ, ສະພາແຫ່ງຊາດ ຈະພິຈາລະນາເພີ່ມເຕີມ, ປັບປຸງກົດໝາຍວ່າດ້ວຍນ້ຳມັນອາຍແກັດ ເພື່ອສ້າງສະພາບແວດລ້ອມທາງນິຕິກຳທີ່ສະດວກກວ່າແກ່ການພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ