ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ: ການສຶກສາແມ່ນຂໍ້ກຸນແຈເພື່ອມຸ່ງໄປສູ່ອະນາຄົດ

(VOVWORLD) -ວັນທີ 3 ກັນຍາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ເຂົ້າຮ່ວມພິທີເປີດ ແລະ ມອບໂຮງຮຽນມັດທະຍົມຕອນປາຍ ກີ່ເຊີນ, ແຂວງເງະອານ ແລະ ພິທີໄຂ ສົກຮຽນໃໝ່ 2022-2023.
ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ: ການສຶກສາແມ່ນຂໍ້ກຸນແຈເພື່ອມຸ່ງໄປສູ່ອະນາຄົດ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕີກອງໄຂສົກຮຽນໃໝ່

     ກ່າວຄຳເຫັນທີ່ພິທີ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເນັ້ນໜັກວ່າ   ການເບິ່ງແຍງດູແລ ແລະ ບຳລຸງສ້າງພວກນ້ອງນັກຮຽນ ເປັນພື້ນຖານຢ່າງໜັກແໜ້ນ, ແມ່ນຂໍ້ກຸນແຈເພື່ອມຸ່ງໄປສູ່ອະນາຄົດ, ປົດປ່ອຍມະນຸດ ຈາກຄວາມທຸກຍາກຫຼ້າຫຼັງ ເພື່ອກ້າວໄປເຖິງຊີວິດທີ່ອີ່ມໜຳສຳລານ ແລະ ຜາສຸກ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເນັ້ນໜັກວ່າ :

      “ພັດທະນາການສຶກສາ ແລະ ບຳລຸງສ້າງ, ຮັບປະກັນຄວາມຍຸຕິທຳດ້ານການສຶກສາ, ເພື່ອບໍ່ປະໃຫ້ຜູ້ໃດຖືກຕົກຢູ່ເບື້ອຫຼັງ, ໂດຍສະເພາະແມ່ນປະຊາຊົນບັນດາເຜົ່າສ່ວນໜ໊ອຍຢູ່ເຂດຫ່າງໄກສອກຫຼີກ, ໜູນຊ່ວຍ ຫລຸດຜ່ອນຄວາມຫຍຸ້ງຍາກ, ພັດທະນາເທື່ອລະກ້າວໃຫ້ທັນກັບເຂດທົ່ງພຽງແມ່ນທັດສະນະຊີ້ນຳອັນໃຫຍ່ຫຼວງ ແລະ ລຸລວງ ຂອງພັກ ແລະ ລັດ ຫວຽດນາມ. ສະພາແຫ່ງຊາດໄດ້ເອົາໃຈໃສ່ເຖິງການຫັນບັນດາທັດສະນະຂອງພັກໃຫ້ເປັນລະບອບກົດໝາຍ, ສ້າງ ແລະ ປະກາດໃຊ້ຫຼາຍນະໂຍບາຍ, ກົດໝາຍ ໃຫ້ສົມບູນແບບເພື່ອພັດທະນາການສຶກສາ. ການເບິ່ງແຍງດູແລ ແລະ ບຳລຸງສ້າງພວກນ້ອງນັກຮຽນ ເປັນພື້ນຖານຢ່າງໜັກແໜ້ນ, ແມ່ນຂໍ້ກຸນແຈເພື່ອມຸ່ງໄປສູ່ອະນາຄົດ, ປົດປ່ອຍມະນຸດ ຈາກຄວາມທຸກຍາກຫຼ້າຫຼັງ ເພື່ອກ້າວໄປເຖິງຊີວິດທີ່ອີ່ມໜຳສຳລານ ແລະ ຜາສຸກ”

ຕອບກັບ

ຂ່າວ/ບົດ​ອື່ນ