ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະກັບເອກອັກຄະລັດຖະທູດ ຫວຽດນາມ ປະຈຳບາງປະເທດ ເອີລົບ

(VOVWORLD) - ຕາມນັ້ນແລ້ວ, ຄວນຍູ້ແຮງວຽກງານຄາດຄະເນ, ຄົ້ນຄ້ວາຍຸດທະສາດ ແລະ ປ່ຽນໃໝ່ຈິນຕະນາການຢ່າງຕໍ່ເນື່ອງເພື່ອປັບຕົວເຂົ້າກັບສະພາບການ, ກັບທ່າອ່ຽງໃໝ່ຢ່າງທັນການ, ຮັບໃຊ້ວຽກງານເປັນເສນາທິການ ແລະ ສະເໜີແຜນນະໂຍບາຍ, ນະໂຍບາຍຕໍ່ພັກ ແລະ ລັດ.

ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະກັບເອກອັກຄະລັດຖະທູດ ຫວຽດນາມ ປະຈຳບາງປະເທດ ເອີລົບ  - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ
(ພາບ:Doãn Tấn/TTXVN)

ຕອນຄ່ຳວັນທີ 24 ກັນຍາ (ຕາມເວລາທ້ອງຖິ່ນ), ທີ່ສຳນັກງານສະຖານທູດ ຫວຽດນາມ, ນະຄອນຫຼວງ Sofia, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ພົບປະກັບທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບຸນກາຣີ ແລະ ບາງປະເທດໃກ້ຄຽງ, ເຊິ່ງລວມມີ: ສ ເຊັກໂກ, ຣູມານີ, ສະໂລວາກີ, ເກຼັກ ແລະ ຕວກກີ.

        ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີໃຫ້ບັນດາອົງການຕາງໜ້າ ເສີມຂະຫຍາຍບົດບາດປະຈັນບານໃນການປະກອບສ່ວນຍົກສູງທີ່ຕັ້ງການພົວພັນຕ່າງປະເທດກ່ວາອີກ, ຮັບປະກັນສະພາບແວດລ້ອມທີ່ມີສັນຕິພາບ ແລະ ໝູນໃຊ້ບັນດາແຫຼ່ງກຳລັງພາຍນອກຮັບໃຊ້ບັນດາເປົ້າໝາຍພັດທະນາຂອງປະເທດຊາດ. ຕາມນັ້ນແລ້ວ, ຄວນຍູ້ແຮງວຽກງານຄາດຄະເນ, ຄົ້ນຄ້ວາຍຸດທະສາດ ແລະ ປ່ຽນໃໝ່ຈິນຕະນາການຢ່າງຕໍ່ເນື່ອງເພື່ອປັບຕົວເຂົ້າກັບສະພາບການ, ກັບທ່າອ່ຽງໃໝ່ຢ່າງທັນການ, ຮັບໃຊ້ວຽກງານເປັນເສນາທິການ ແລະ ສະເໜີແຜນນະໂຍບາຍ, ນະໂຍບາຍຕໍ່ພັກ ແລະ ລັດ. ກ່ຽວກັບດ້ານການເມືອງ, ການທູດ, ຄວນເສີມຂະຫຍາຍພື້ນຖານການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ເພື່ອເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຜ່ານການຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ບັນດາຂະແໜງ, ໃນທຸກຊ່ອງທາງ. ທ່ານປະທານສະພາແຫ່ງຊາດ ສະເໜີໃຫ້ບັນດາເອກອັກຄະລັດຖະທູດ ຄວນເອົາໃຈໃສ່ເປັນພິເສດວຽກງານການທູດເສດຖະກິດ, ຊຸກຍູ້ບັນດາປະເທດທີ່ຍັງເຫຼືອໃຫ້ສັດຕະຍາສັນຍາອາລັກຂາດ້ານການລົງທຶນ ຫວຽດນາມ - ສະຫະພັນ ເອີລົບ (EU) ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ບັນດາການເຄື່ອນໄຫວລົງທຶນ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ທັງສອງຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ