ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີກະກຽມກອງປະຊຸມສະມາຊິກສະພາແຫ່ງຊາດໜຸ່ມທົ່ວໂລກຄັ້ງທີ 9 ໃຫ້ເປັນຢ່າງດີ

(VOVWORLD) - ມາຮອດປະຈຸບັນ, ມີ 64 ຄະນະຈົດທະບຽນເຂົ້າຮ່ວມກອງປະຊຸມ ດ້ວຍຈຳນວນ 244 ຄົນເຂົ້າຮ່ວມ, ໃນນັ້ນມີສະມາຊິກສະພາແຫ່ງຊາດ 172 ຄົນ.
ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີກະກຽມກອງປະຊຸມສະມາຊິກສະພາແຫ່ງຊາດໜຸ່ມທົ່ວໂລກຄັ້ງທີ 9 ໃຫ້ເປັນຢ່າງດີ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: VOV)

ຕອນບ່າຍວັນທີ 28 ສິງຫາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ເປັນປະທານກອງປະຊຸມກວດກາວຽກງານກະກຽມການຈັດກອງປະຊຸມສະມາຊິກສະພາແຫ່ງຊາດໜຸ່ມທົ່ວໂລກຄັ້ງທີ 9 ຈະຈັດຂຶ້ນຢູ່ຮ່າໂນ້ຍ ແຕ່ວັນທີ 14 ກັນຍາ.

        ມາຮອດປະຈຸບັນ, ມີ 64 ຄະນະຈົດທະບຽນເຂົ້າຮ່ວມກອງປະຊຸມ ດ້ວຍຈຳນວນ 244 ຄົນເຂົ້າຮ່ວມ, ໃນນັ້ນມີສະມາຊິກສະພາແຫ່ງຊາດ 172 ຄົນ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ: ກອງປະຊຸມສະມາຊິກສະພາແຫ່ງຊາດໜຸ່ມທົ່ວໂລກ ຄັ້ງທີ 9 ແມ່ນການເຄື່ອນໄຫວການພົວພັນຕ່າງປະເທດຫຼາຍຝ່າຍໜຶ່ງດຽວ ໂດຍສະພາແຫ່ງຊາດ ຫວຽດນາມ ເປັນເຈົ້າພາບຈັດຕັ້ງໃນປີນີ້. ນີ້ແມ່ນໂອກາດເພື່ອໂຄສະນາກ່ຽວກັບປະເທດຊາດ, ປະຊາຊົນ ຫວຽດນາມ ແລະ ບັນດາຜົນງານເຊິ່ງ ຫວຽດນາມ ບັນລຸໄດ້ສູ່ເພື່ອນມິດສາກົນ. ທ່ານປະທານສະພາແຫ່ງຊາດ ສະເໜີໃຫ້ບັນດາອະນຸກຳມະການ, ຄະນະຈັດຕັ້ງ, ສ້າງສຳເລັດບັນດາແຜນການລະອຽດຂອງແຕ່ລະເຫດການ, ແຕ່ລະວາລະປະຊຸມ, ກວດກາຄືນແຕ່ລະເນື້ອໃນໃຫ້ລະອຽດ; ພິຈາລະນາການຖ່າຍທອດສົດບັນດາວາລະປະຊຸມ, ຮັບປະກັນການກະກຽມດ້ານພາລະທິການ ຮັບໃຊ້ກອງປະຊຸມຢ່າງລອບຄອບຖີ່ຖ້ວນ.       

ຕອບກັບ

ຂ່າວ/ບົດ​ອື່ນ