ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງດິ່ງ​ເຫວະ ເຂົ້າ​ຢ້ຽມ​ຂ່ຳ​ນັບ​​ປະ​ທາ​ນາ​ທິ​ບໍ​ດີ ມົງ​ໂກນ

(VOVWORLD) - ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍຖືເປັນສຳຄັນ, ສະໜັບສະໜູນ ແລະ ປາດຖະໜາຢາກໃຫ້ພັດທະນາການພົວພັນມິດຕະພາບການຮ່ວມມືກັບ ມົງໂກນ ຂຶ້ນສູ່ລະດັບສູງໃໝ່. 
ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງດິ່ງ​ເຫວະ ເຂົ້າ​ຢ້ຽມ​ຂ່ຳ​ນັບ​​ປະ​ທາ​ນາ​ທິ​ບໍ​ດີ ມົງ​ໂກນ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ  ແລະ ທ່ານປະທານາທິບໍດີ ມົງໂກນ Ukhnaagiin Khurelsukh (ພາບ: quochoi.vn)

ຕອນບ່າຍວັນທີ 2 ພະຈິກ, ຢູ່ຫໍສະພາແຫ່ງຊາດ, ທີ່ການເຂົ້າຢ້ຽມຂ່ຳນັບທ່ານປະທານາທິບໍດີ ມົງໂກນ Ukhnaagiin Khurelsukh, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຢັ້ງຢືນວ່າ ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍຖືເປັນສຳຄັນ, ສະໜັບສະໜູນ ແລະ ປາດຖະໜາຢາກໃຫ້ພັດທະນາການພົວພັນມິດຕະພາບການຮ່ວມມືກັບ ມົງໂກນ ຂຶ້ນສູ່ລະດັບສູງໃໝ່. ກ່ຽວກັບການຮ່ວມມືລະຫວ່າງສອງສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ປາດຖະໜາວ່າ ທ່ານປະທານາທິບໍດີ ມົງໂກນ ຈະສະໜັບສະໜູນສະພາແຫ່ງຊາດ 2 ປະເທດ ເພີ່ມທະວີການຮ່ວມມື, ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ບັນດາອົງການຂອງສະພາແຫ່ງຊາດ, ກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບສອງປະເທດໃຫ້ຫຼາຍກວ່າອີກ.

        ສ່ວນທ່ານປະທານາທິບໍດີ ມົງໂກນ Ukhnaagiin Khurelsukh ກໍເຫັນດີຕໍ່ບັນດາຄຳສະເໜີຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່ຽວກັບການຍູ້ແຮງການຮ່ວມມືໃຫ້ແທດຈິງ, ມີປະສິດທິຜົນ, ຮອບດ້ານໃນທຸກຂົງເຂດໃນໄລຍະຈະມາເຖິງ.

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງດິ່ງ​ເຫວະ ເຂົ້າ​ຢ້ຽມ​ຂ່ຳ​ນັບ​​ປະ​ທາ​ນາ​ທິ​ບໍ​ດີ ມົງ​ໂກນ - ảnh 2ທ່ານປະທານາທິບໍດີ ມົງໂກນ Ukhnaagiin Khurelsukh ແລະ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ພ້ອມດ້ວຍຜູ້ແທນບາງທ່ານຂອງສອງປະເທດເຂົ້າຮ່ວມເວທີປາໄສ (ພາບ: TTXVN)

ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ ມົງໂກນ Ukhnaagiin Khurelsukh ແລະ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ໄດ້ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ ມົງໂກນ. ຢູ່ເວທີປາໄສ, ບັນດາຜູ້ແທນ ແລະ ວິສາຫະກິດ 2 ປະເທດ ໄດ້ແລກປ່ຽນກ່ຽວກັບແນວຄວາມຄິດ, ຂໍ້ລິເລີ່ມ ແລະ ບັນດາມາດຕະການເພື່ອຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ - ການລົງທຶນລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ