ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຈລະຈາກັບປະທານສະພາສູງ ສ. ແບນຊິກ

(VOVWORLD) - ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແຈ້ງໃຫ້ຊາບວ່າ ຫວຽດນາມ ຈະພິຈາລະນາເລື່ອງຍົກເວັ້ນວີຊາໃຫ້ແກ່ພົນລະເມືອງ ແບນຊິກ ແລະ ຫວັງວ່າ ສອງຝ່າຍຈະພິຈາລະນາສ້າງເງື່ອນໄຂໃຫ້ພົນລະເມືອງຂອງກັນກ່ຽວກັບບັນຫານີ້ເພື່ອຍູ້ແຮງການພົວພັນແລກປ່ຽນປະຊາຊົນ ກໍ່ຄືການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນໂດຍໄວ
ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຈລະຈາກັບປະທານສະພາສູງ ສ. ແບນຊິກ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ
(ພາບ:quochoi.vn)

ໂດຍໄດ້ຮັບຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ, ທ່ານນາງ ປະທານສະພາສູງ ລາຊະອານາຈັກ ແບນຊິກ Stéphanie D’Hose ໄດ້ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 21 -25 ສິງຫາ. ຕອນເຊົ້າວັນທີ 21 ສິງຫາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເປັນປະທານພິທີຕ້ອນຮັບ ທ່ານນາງ ປະທານສະພາສູງ ລາຊະອານາຈັກ ແບນຊິກ Stéphanie D’Hose ຢ່າງເປັນທາງການ. ພາຍຫຼັງພິທີຕ້ອນຮັບ, ສອງຝ່າຍໄດ້ດຳເນີນການເຈລະຈາ.

ທີ່ການເຈລະຈາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແຈ້ງໃຫ້ຊາບວ່າ ຫວຽດນາມ ຈະພິຈາລະນາເລື່ອງຍົກເວັ້ນວີຊາໃຫ້ແກ່ພົນລະເມືອງ ແບນຊິກ ແລະ ຫວັງວ່າ ສອງຝ່າຍຈະພິຈາລະນາສ້າງເງື່ອນໄຂໃຫ້ພົນລະເມືອງຂອງກັນກ່ຽວກັບບັນຫານີ້ເພື່ອຍູ້ແຮງການພົວພັນແລກປ່ຽນປະຊາຊົນ ກໍ່ຄືການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນໂດຍໄວ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ  ສະເໜີໃຫ້ ແບນຊິກ ສ້າງເງື່ອນໄຂສະດວກໃຫ້ແກ່ສິນຄ້າສົ່ງອອກຂອງ ຫວຽດນາມ ໄດ້ເຂົ້າເຖິງຕະຫຼາດແບນຊິກ ແລະ ສະຫະພາບເອີລົບ ໂດຍໄວ, ພິເສດແມ່ນສິນໃນນ້ຳ, ຜະລິດຕະພັນກະເສດຂອງ ຫວຽດນາມ ຄື: ເຂົ້າສານ, ກາເຟ, ເພີ່ມທະວີການຫັນປ່ຽນພະລັງງານແບບຍຸຕິທຳ, ຫັນເປັນດີຈີຕອນ; ພະລັງງານທົດແທນ, ການບໍລິການການເງິນ - ທະນາຄານ, logistics…

ສ່ວນ ທ່ານນາງ ປະທານສະພາສູງ ລາຊະອານາຈັກ ແບນຊິກ Stéphanie D’Hose ເຊື່ອໝັ້ນຕໍ່ຄວາມສາມັກຄີ ແລະ ນ້ຳໃຈມິດຕະພາບລະຫວ່າງສອງຝ່າຍ. ໃນຂົງເຂດເສດຖະກິດ, ທ່ານນາງປະທານສະພາສູງ ແບນຊິກ ປາດຖະໜາຢາກໃຫ້ ຫວຽດນາມ ຊຸກຍູ້ແກ້ໄຂເພື່ອສ້າງຄວາມສະດວກໃຫ້ການຜ່ານແດນ, ຜັນຂະຫຍາຍການຍົກເວັ້ນວີຊາເພື່ອໃຫ້ບັນດານັກລົງທຶນ, ວິສາຫະກິດ ແລະ ປະຊາຊົນ ແບນຊິກ ໄດ້ເຂົ້າ ຫວຽດນາມ ຢ່າງສະດວກສະບາຍກ່ວາ, ພ້ອມທັງເພື່ອຊຸກຍູ້ແຂກທ່ອງທ່ຽວເຂົ້າມາ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ