ປະທານສະພາແຫ່ງຊາດHengSamrin:ຫວຽດນາມ ຍາມໃດກໍ່ແມ່ນເພື່ອນບ້ານໃກ້ເຮືອນຄຽງທີ່ດີຂອງກຳປູເຈຍ

ປະທານສະພາແຫ່ງຊາດHengSamrin:ຫວຽດນາມ ຍາມໃດກໍ່ແມ່ນເພື່ອນບ້ານໃກ້ເຮືອນຄຽງທີ່ດີຂອງກຳປູເຈຍ - ảnh 1
ທ່ານເອກອັກຄະລັດຖະທູດຫວຽດນາມ ແທ້ງຢື ແລະ ທ່ານປະທານສະພາແຫ່ງຊາດກຳປູເຈຍ Heng Samrin
(ພາບ: Lê Thanh Tạc/Vietnam+)

(vovworld)​ ​- ວັນທີ 6/10, ທີ່ສຳນັກງານສະພາແຫ່ງຊາດກຳປູເຈຍ, ທ່ານປະທານສະພາແຫ່ງຊາດກຳປູເຈຍ Heng Samrin ໄດ້ໃຫ້ການຕ້ອນຮັບ ທ່ານເອກອັກຄະລັດຖະທູດຫວຽດນາມ ແທ້ງຢື ເຂົ້າຢ້ຽມຄຳນັບເນື່ອງໃນໂອກາດໄດ້ຮັບ ອາຍຸການປະຕິບັດງານການທູດປະຈຳລາຊະອານາຈັກ ກຳປູເຈຍ. ທີ່ການ ຕ້ອນຮັບ, ທ່ານປະທານ Heng Samrin ຕີລາຄາການພົວພັນ ຄວາມສາມັກຄີ ມິດຕະພາບ, ການຮ່ວມມືໃນທຸກຂົງເຂດ ລະຫວ່າງ 2 ປະເທດ ໃນໄລຍະຜ່ານມາ ບັນລຸໄດ້ບັນດາຜົນງານອັນດີງາມ. ຕາມທ່ານປະທານ Heng Samrin, ປະຈຸບັນ 2 ປະເທດມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ກ່ຽວກັບເສດຖະກິດຄື: ແລກປ່ຽນ ດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ, ການຮ່ວມມືທາງອາກາດ… ຄວນໄດ້ຮັບການສືບຕໍ່ຂຸດຄົ້ນ ແລະ ພັດທະນາ. ທ່ານປະທານ Heng Samrin ສະແດງຄວາມປາດຖະໜາວ່າ: ຄະນະກຳມະການຮັບຜິດຊອບໂດຍສະເພາະກ່ຽວກັບບັນຫາຊາຍແດນ ລະຫວ່າງ 2 ປະເທດຍູ້ແຮງວິວັດການປັກຫຼັກຊາຍແດນ, ເພື່ອໃຫ້ຊາຍແດນລະຫວ່າງ 2 ປະເທດກາຍເປັນຊາຍແດນແຫ່ງ ສັນຕິພາບ, ມິດຕະພາບ, ການຮ່ວມມື ພ້ອມກັນພັດທະນາເພື່ອຜົນປະໂຫຍດ ຂອງແຕ່ລະປະເທດ ແລະ ຂອງທັງ 2 ປະເທດ. ພ້ອມນັ້ນທ່ານກໍ່ຊີ້ແຈ້ງວ່າ: ບັນດາອົງການທີ່ຂຶ້ນກັບສະພາແຫ່ງຊາດກຳປູເຈຍ ກໍ່ຄືບັນດາອົງການອື່ນໆຂອງ ກຳປູເຈຍ ຈະສືບຕໍ່ເພີ່ມພູນຄູນສ້າງ, ຊຸກຍູ້ການຮ່ວມມື ລະຫວ່າງ 2 ປະເທດ ນັບມື້ນັບ ພັດທະນາ ໃຫ້ເໝາະສົມ ກັບການພົວພັນດ້ານການເມືອງ 2 ຝ່າຍ ປະຈຸບັນ.

ຂ່າວ/ບົດ​ອື່ນ