ປະທານສະພາແຫ່ງຊາດຕ້ອນຮັບເອກອັກຄະລັດຖະທູດບາງປະເທດແລະຫົວໜ້າຄະນະປະຕິບັດງານສະຫະພາບເອີລົບ

ປະທານສະພາແຫ່ງຊາດຕ້ອນຮັບເອກອັກຄະລັດຖະທູດບາງປະເທດແລະຫົວໜ້າຄະນະປະຕິບັດງານສະຫະພາບເອີລົບ - ảnh 1
ທ່ານ Bruno Angelet ແລະ ທ່ານນາງ ຫງວຽນທິກິມເງິນ
(ພາບ: ປົດປ່ອຍໄຊງ່ອນ ອອນໄລ)

(vovworld) – ຕອນ​ເຊົ້າ​ວັນ​ທີ 17/6, ​ໃນ​ການ​ຕ້ອນຮັບ​ເອກ​ອັກຄະ​ລັດຖະທູດ, ຫົວ​ໜ້າ​ຄະນະ​ປະຕິບັດ​ງານ​ສະຫະພາບ​ເອີ​ລົບ ທ່ານ Bruno Angelet, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ຕີ​ລາຄາ​ສູງ​ທັດສະນະ​ແລະ ບົດບາດ​ສາກົນ​ຂອງ EU, ຊົມ​ເຊີຍ EUປະກອບສ່ວນຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຊຸກ​ຍູ້​ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ ອາຊີ - ປາຊີ​ຟິກ ​ແລະ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ຮັບປະກັນ​ຄວາມ​ສະຫງົບ, ຄວາມ​ປອດ​ໄພ, ຄວາມ​ເສລີ​ໃນ​ການ​ເດີນ​ເຮືອ ​ແລະ ການບິນ​ຕາມ​ສົນທິສັນຍາ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ ຂອງ ສປຊ (UNCLOS). ພິ​ເສດ, ລັດຖະສະພາ ​ເອີ​ລົບ ມີ​ບົດບາດ​ສຳຄັນ​ໃນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ຫວຽດນາມ - ອີ​ຢູ.

        ສ່ວນ​ທ່ານ Bruno Angelet, ເອກ​ອັກຄະ​ລັດຖະທູດ, ຫົວ​ໜ້າ​ຄະນະ​ປະຕິບັດ​ງານ​ສະຫະພາບ​ເອີ​ລົບ ຢັ້ງຢືນ​ວ່າ: ​ໃນ​ຖາ​ນະ​ຕຳ​ແໜ່​ງຂອງ​ຕົນ, ທ່ານ Bruno Angelet ຈະ​ຊຸກຍູ້ ອີ​ຢູ ປັບປຸງ​ລະບຽບ​ການ​ສຸດ​ທ້າຍ​ໃຫ້​ສຳ​ເລັດ​​ເພື່ອ​ໃຫ້​ສັນຍາ​ແມ່​ຄູ່​ຮ່ວມ​ມື ​ແລະ ຮ່ວມ​ມື​ຮອບດ້ານ (PCA) ມີ​ຜົນ​ສັກສິດ, ພ້ອມ​ກັບ ຫວຽດນາມ ກວດກາ​ດ້ານ​ນິຕິ​ກຳ ​ແລະ ຍູ້​ໄວ​ວິວັດ​ການ​ໃຫ້​ສັດຕະຍາບັນ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ອີ​ຢູ (EVFTA) ກໍ່​ຄື​ຮັບ​ຮອງລະບຽບການ​ເສດຖະກິດ​ການ​ຕະຫຼາດ​ຂອງ ຫວຽດນາມ.

        ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ​ມີ​ການ​ຕ້ອນຮັບທ່ານ Giles Lever, ​​ເອກ​ອັກຄະ​ລັດຖະທູດ​ສະຫະພັນ​ລາຊະ​ອານາຈັກ​ອັງກິດ ​ແລະ ​ໄອ​ແລນ​ເໜືອ ​ແລະ ທ່ານນາງ Christian Berger, ​ເອກ​ອັກຄະ​ລັດຖະທູດ​ວິ​ສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສະຫະພັນ ​ເຢຍລະ​ມັນ.



ຂ່າວ/ບົດ​ອື່ນ