ປະທານສະພາແຫ່ງຊາດລາຊະອານາຈັກອາຣາບິຊາອຸດິສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ

ປະທານສະພາແຫ່ງຊາດລາຊະອານາຈັກອາຣາບິຊາອຸດິສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1
(ທ່ານ ຫງວຽນຊິງຮຸ່ງ ແລະ Abdullah Al Sheikh)

(vovworld) - ​​ ​ ຕອນ​ບ່າຍ​ວັນ​ທີ 2/2. ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ລາຊະ​ອານາຈັກ ອາຣາບິ ຊາ​ອຸ​ດິ ​ໂດຍ​ທ່ານ Abdullah Al Sheikh, ປະທານ​ສະພາ​ແຫ່ງ​ຊາດ​ລາຊະ​ອານາຈັກ ອາຣາບິ ຊາ​ອຸ​ດິ ນຳ​ໜ້າ​ເດີນທາງ​ອອກ​ຈາກ ຮ່າ​ໂນ້ຍ ສິ້ນ​ສຸດ​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ. ​ໃນ​ການ​ຢ້ຽມຢາມ ຫວຽດນາມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ລາຊະ​ອານາຈັກ ອາຣາບິ ຊາ​ອຸ​ດິ Abdullah Al Sheikh ​ເຈລະຈາ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ. ທີ່​ການ​ເຈລະຈາ, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກ​ະສັນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລັດຖະສະພາ​ລະຫວ່າງ 2 ປະ​ເທດ. ມີ​ຄວາມ​ປິ​ຕິ​ຊົມ​ຊຶ່ນ​ຕໍ່​ບັນດາ​ບາດກ້າວ​ພັດທະນາ​ລະຫວ່າງ 2 ປະ​ເທດ 2 ສະພາ​ແຫ່ງ​ຊາດ​ໃນ​ໄລຍະ​ຜ່ານ​ມາ, ການ​ນຳ 2 ທ່ານ​ເຫັນ​ດີ​ເປັນ​ເອກະ​ພາບ​ສືບ​ຕໍ່​ສະໜັບສະໜູນ ​ແລະ ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ​​ໃນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ​ໂລກ, ພ້ອມ​ກັນ​ຮ່ວມ​ມື​ສ້າງສັນ​ຕິ​ພາບ, ສະຖຽນ​ລະ​ພາບ ​ແລ​ະ ຊຸກຍູ້​ການ​ພັດທະນາ​ວັດທະນາ​ຖາວອນ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ແຕ່ລະ​ປະ​ເທດ.

ຂ່າວ/ບົດ​ອື່ນ