ປະທານສະພາແຫ່ງຊາດລາວ ຕ້ອນຮັບຄະນະແກ້ໄຂຄຳຮ້ອງຂໍຄວາມ ເປັນທຳສະພາແຫ່ງຊາດຫວຽດນາມ

ປະທານສະພາແຫ່ງຊາດລາວ ຕ້ອນຮັບຄະນະແກ້ໄຂຄຳຮ້ອງຂໍຄວາມ ເປັນທຳສະພາແຫ່ງຊາດຫວຽດນາມ  - ảnh 1
ທ່ານນາງ ປະທານສະພາແຫ່ງຊາດລາວ  ປານີ ຢາທໍ່ຕູ້
ພົບປະກັບຫົວໜ້າຄະນະ​ຜູ້​ແທນຫວຽດນາມ Nguyen Duc Hien
(ພາບ: kplnet.net)

(vovworld) -     ຕອນ​ບ່າຍ​ວັນ​ທີ 10/9, ຢູ່​ທີ່ນະຄອນຫຼວງ​ວຽງ​ຈັນ, ທ່ານນາງ ປະທານສະພາແຫ່ງຊາດລາວ  ປານີ ຢາທໍ່ຕູ້ ໄດ້ໃຫ້ການຕ້ອນຮັບຄະນະ​ຜູ້​ແທນຄະນະແກ້ໄຂຄຳຮ້ອງຂໍ​ຄວາມ​ເປັນ​ທຳ ສະພາແຫ່ງຊາດຫວຽດນາມ ​ໂດຍ​ທ່ານ​ຫົວໜ້າຄະນະ Nguyen Duc Hien ນຳ​ໜ້າທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ. ທີ່​ການ​ຕ້ອນຮັບ, ທ່ານ Nguyen Duc Hien ປາດ​ຖະໜາ​ວ່າ ສອງ​ຝ່າຍ​ຈະເພີ່ມ​ທະວີ​ການ​ແລກປ່ຽນ​ບົດຮຽນ​ເພື່ອ​ບັນລຸ​ໄດ້ຜົນ​ງານ​ຄື​ໄດ້​ວາງ​ອອກ. ສ່ວນ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ປານີ ຢາທໍ່ຕູ້ ​ໄດ້​ເນັ້ນ​ໜັກ​ວ່າ ຫວຽດນາມ ​ແລະ ລາວ ພວມ​ຢູ່ໃນ​ວິວັດ​ການ​ສ້າງສາ​ປະ​ເທດ​ຊາດ​​ໃຫ້ພັດທະນາ, ​ການແລກປ່ຽນບົດຮຽນ​​ໃນວຽກ​ງານແກ້ໄຂຄຳຮ້ອງຂໍ​ຄວາມ​ເປັນ​ທຳຂອງປະຊາຊົນ​ແມ່ນ​ມີ​ຄວາມຈຳ​ເປັນ. ທ່ານ​ນາງ ປານີ ຢາທໍ່ຕູ້ ​ເຊື້ອ​ໝັ້ນ​ວ່າ ການ​ຢ້ຽມຢາມ​ຄັ້ງ​ນີ້​ຂອງ​ຄະນະ ຈະ​​ແມ່ນການ​ເຮ​ັດວຽກ​ທີ່​ມີ​ປະ​ໂຫຍ​ດກັບ​ກຳມາ​ທິການ​ກົດໝາຍ​ສະພາ​ແຫ່ງ​ຊາດ, ກະຊວງ​ຍຸດຕິ​ທຳລາວ ​ກໍ​ຄື​​ແຂວງ ຫຼວງ​ພະ​ບາງ ກ່ຽວ​ກັບ​ການ​ຊຸກຍູ້​ວຽກ​ງານແກ້ໄຂຄຳຮ້ອງຂໍ​ຄວາມ​ເປັນ​ທຳຂອງ​ສອງ​ປະ​ເທດ​ກດີວ່າ​ອີກ, ປະກອບສ່ວນ​ຊຸກຍູ້​ສາຍ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຢ່າງຮອບດ້ານ​ລະຫວ່າງ​ ລາວ ​ແລະ ຫວຽດນາມ.

ຂ່າວ/ບົດ​ອື່ນ