ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງພົບປະແລກປ່ຽນຄຳເຫັນກັບເລຂາທິການໃຫຍ່,ປະທານປະເທດຈີນ

ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງພົບປະແລກປ່ຽນຄຳເຫັນກັບເລຂາທິການໃຫຍ່,ປະທານປະເທດຈີນ - ảnh 1
(ທ່ານປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ​
ພົບ​ປະ​ແລກປ່ຽນ​ຄຳ​ເຫັນ​​ກັບເລຂາທິການ​ໃຫຍ່,ປະ​ທານ​ປະ​ເທດ​ຈີນ)

(vovworld) – ຕອນ​ເຊົ້າ​ວັນ​ທີ 06/11, ຢູ່​ຫໍ​ສະພາ​ແຫ່ງ​ຊາດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​ມີ​ການ​ພົບ​ປະ​​ແລກປ່ຽນ​ຄຳ​ເຫັນກັບ​ທ່ານ​ເຂ​ລາທິການ​ໃຫຍ່, ປະທານ​ປະ​ເທດຈີນ ສີ​ຈີ້​ນຜິ​ງ. ທີ່​ການ​ພົບ​ປະ​ເຈລະຈາ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນ​ຊິງ​ຮຸ່ງ ຢືນຢັນ​ວ່າ, ພັກ, ລັດ, ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ​ຫວຽດນາມ ຍາມ​ໃດ​ກໍຖື​ເປັນ​ສຳຄັນ​ການ​ຮັກສາ, ສືບ​ທອດ ​ແລະ ​ເສີມ​ຂະຫຍາຍ​ສາຍພົວພັນ​ສາມັກຄີ​ມິດຕະພາບ​ຫວຽດນາມ - ຈີນ. ສະພາ​ແຫ່ງ​ຊາດ​ຫວຽດນາມ ຈະ​ເຮັດ​ຈົດ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ເພີ່ມ​ພູນ​ຄຸນສ້າງສາ​ຍພົວພັນ​ມິດ​ຕະພາບ ​ແລະ​ ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃຫ້​ນັບ​ມື້​ນັບ​ດີງາມ. ທ່ານ​ປະທານ​ສະພ​າ​ແຫ່ງ​ຊາດ ຫງວຽນ​ຊິງຮຸ່ງ ສະ​ເໜີ​ໃຫ້ 2 ຝ່າຍ​ຮັກສາ​ບັນດາ​ການ​ຢ້ຽມຢາມ ​ແລະ ພົບ​ປະ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ 2 ພັກ, 2 ລັດ ​ແລະ ສະພາ​ແຫ່ງ​ຊາດ 2 ປະ​ເທດ​ເປັນ​ປະຈຳ. ສະພາ​ແຫ່ງ​ຊາດ 2 ປະ​ເທດ​ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື, ທາ​ບທາມ​ຄວາມ​ເຫັນ​ເຊິ່ງກັນ​ແລະ​ກັນ.

      ສ່ວນ​ທ່ານ​ເຂ​ລາທິການ​ໃຫຍ່, ປະທານ​ປະ​ເທດຈີນ ສີ​ຈີ້​ນຜິ​ງ ຢືນຢັນ​ວ່າ, ພັກ ​ແລະ ລັດ​ຈີນ ຖື​ເປັນ​ສຳຄັນ ​ແລະ ສະໜັບ​ສະ​ໜູນ​ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ສະພາຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ ​ແລະ ສະພາ​ແຫ່ງ​ຊາດ​ຫວຽດນາມ, ນີ້​ແມ່ນ​ປັດ​ໃຈ​ສຳຄັນ​ຂອງ​ການ​ພົບ​ພັວຄູ່​ຮ່ວມ​ມື ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຈີນ - ຫວຽດນາມ. ​ໃນ​ໄລຍະ​ຈະ​ມ​າ​ເຖິງ, 2 ຝ່າຍ​ຄວນ​ສືບ​ຕໍ່​ເພີ່ມ​ທະ​ວີ​ງານ​ພົບ​ປະ​ແລກປ່ຽນ, ​ເປີດ​ກວ້າງ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ​​ເພີ່ມ​ທະວີ​ການ​​ແລກປ່ຽນ​ດ້ານຂໍ້​ມູນ​ຂ່າວ… ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ໃຫ້ການ​ພົວພັນ​ຈີນ - ຫວຽດນາມ ພັດທະນາ​ຢ່າງ​ໝັ້ນຄົງ​ກວ່າ​ອີກ.

      ພາຍຫຼັງ​ການ​ພົບ​ປະ​ແລກປ່ຽນ​ຄຳ​ເຫັນ, ທ່ານ​ເຂ​ລາທິການ​ໃຫຍ່, ປະທານ​ປະ​ເທດຈີນ ສີ​ຈີ້​ນຜິ​ງ ​ໄດ້​ຢ້ຽມຢາມ ​ແລະ ກ່າວ​ຄຳ​ເຫັນ​ຕໍ່​ກອງ​ປະຊຸມສະພາ​ແຫ່ງ​ຊາດ​ຫວຽດນາມ. ທ່ານ​ເຂ​ລາທິການ​ໃຫຍ່, ປະທານ​ປະ​ເທດຈີນ ສີ​ຈີ້​ນຜິ​ງ ​ເຊື່ອໝັ້ນ​ວ່າ, ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ປະຊາຊົນ​ຫວຽດນາມ ຈະ​ຍາດ​ໄດ້​ໄຊຊະນະ​ໃໝ່​ຫຼາຍຢ່າງ ​ໃນ​ພາລະກິດ​ປ່ຽນ​ໃໝ່​ປ​ະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ