ທ່ານນາງ ຫງວຽນທິກິມເງິນຕ້ອນຮັບທ່ານ Lee Hyuk ເອກອັກຄະລັດຖະທູດ ສ ເກົາຫຼີ
|
(vovworld) – ຕອນເຊົ້າວັນທີ 23/12, ທີ່ສຳນັກງານສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຕ້ອນຮັບທ່ານ Lee Hyuk, ເອກອັກຄະລັດຖະທູດ ສ. ເກົາຫຼີ ເຂົ້າຢ້ຽມຂ່ຳນັບ. ນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຊົມເຊີຍໃຫ້ເອກອັກຄະລັດຖະທູດ ສ. ເກົາຫຼີ ມາຮັບໜ້າທີ່ການທູດຢູ່ ຫວຽດນາມ ແລະ ເຊື່ອໝັ້ນວ່າ ທ່ານເອກອັກຄະລັດຖະທູດຈະປະຕິບັດສຳເລັດຄວາມຮັບຜິດຊອບ, ປະກອບສ່ວນຊຸກຍູ້ 2 ປະເທດມີບັນດາການພັດທະນາໃໝ່, ຮອບດ້ານກ່ວາ, ພິເສດແມ່ນໃນສະພາບການ 2 ປະເທດກະກຽມສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ.
ສ່ວນທ່ານເອກອັກຄະລັດຖະທູດ Lee Hyuk ໃຫ້ຮູ້ວ່າ ລັດຖະບານ ສ. ເກົາຫຼີ ແລະ ສະຖານທູດ ສ. ເກົາຫຼີ ປະຈຳ ຫວຽດນາມ ພວມມານະພະຍາຍາມຊອກຫາບັນດາມາດຕະການເພື່ອເພີ່ມທະວີການນຳເຂົ້າສິນຄ້າຈາກ ຫວຽດນາມ ເພື່ອແນໃສ່ປະກອບສ່ວນຫລຸດຜ່ອນຄວາມຜິດດ່ຽງວົງເງິນການຄ້າ.
ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຕ້ອນຮັບທ່ານ Saleh Adibi, ເອກອັກຄະລັດຖະທູດ ອີຣານ ເຂົ້າຢ້ຽມຂ່ຳນັບ.