ປະທານສະພາແຫ່ງຊາດເຂົ້າຮ່ວມພິທີສະເຫຼີມສະຫຼອງ 20 ປີແຫ່ງວັນມູນເຊື້ອຕຳຫຼວດທະເລຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 28 ສິງຫາ, ຢູ່ຮ່າໂນ້ຍ, ກອງບັນຊາການຕຳຫຼວດທະເລ ໄດ້ຈັດພິທີສະເຫຼີມສະຫຼອງ 20 ປີແຫ່ງວັນມູນເຊື້ອ ແລະ ຮັບຫຼຽນໄຊວິລະກຳຊັ້ນ 3.
ປະທານສະພາແຫ່ງຊາດເຂົ້າຮ່ວມພິທີສະເຫຼີມສະຫຼອງ 20 ປີແຫ່ງວັນມູນເຊື້ອຕຳຫຼວດທະເລຫວຽດນາມ - ảnh 1 (ທ່ານນາງປະທານສະພາແຫ່ງຊາດເຂົ້າຮ່ວມພິທີສະເຫຼີມສະຫຼອງ 20 ປີແຫ່ງວັນມູນເຊື້ອຕຳຫຼວດທະເລຫວຽດນາມ)

ທີ່ພິທີ, ໂດຍຮັບຮອງບັນດາຜົນງານຂອງກຳລັງຕຳຫຼວດທະເລຫວຽດນາມ, ໂດຍຕາງໜ້າໃຫ້ການນຳພັກ, ລັດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ປະດັບຫຼຽນໄຊວິລະກຳຊັ້ນ 3 ໃຫ້ກອງບັນຊາການຕຳຫຼວດທະເລຫວຽດນາມ.

        ກ່າວຄຳເຫັນທີ່ພິທີ, ທ່ານນາງປະທານສະພາແຫ່ງຊາດ ເນັ້ນໜັກວ່າ, ທະເລ, ໝູ່ເກາະຫວຽດນາມ ມີທີ່ຕັ້ງ, ບົດບາດສຳຄັນພິເສດສຳລັບພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ດ້ວຍບັນດາຄວາມມານະພະຍາຍາມຂອງທັງລະບົບການເມືອງ ແລະ ທົ່ວປວງຊົນ, ຫວຽດນາມ ໄດ້ກາຍເປັນປະເທດມີຄວາມເຂັ້ມແຂງຈາກທະເລ, ຄວາມຮັ່ງມີຈາກທະເລ, ຜ່ານນັ້ນຍົກສູງບົດບາດທີ່ຕັ້ງຂອງຫວຽດນາມ ໃນພາກພື້ນ ແລະ ບົນເວທີສາກົນ.

        “ຕໍ່ໜ້າສະພາບການໂລກ ແລະ ພາກພື້ນພວມໄດ້ຮັບການຄາດຄະເນໃນຊຸມປີຈະມາເຖິງວ່າ ສືບຕໍ່ຈະມີບັນດາການຜັນແປທີ່ສັບສົນ, ຍາກທີ່ຄາດຄະເນລ່ວງໜ້າໄດ້, ບັນດາການຂັດແຍ້ງກັນອະທິປະໄຕຢູ່ທະເລຕາເວັນອອກ ແລະ ບັນດາເຂດທະເລຈຸດສູມຂອງຫວຽດນາມ ຍັງຊ້ອນແຝງບັນດາປັດໄຈກໍ່ຄວາມຂາດສະຖຽນລະພາບ, ໜ້າທີ່ຕໍ່ສູ້ປົກປັັກຮັກສາເອກະລາດ, ອະທິປະໄຕ, ເປັນເອກະພາບ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ພວມວາງອອກໃຫ້ພວກເຮົາແມ່ນໜັກໜ່ວງທີ່ສຸດ. ເພື່ອໃຫ້ມີພື້ນຖານດ້ານກົດໝາຍສົມບູນແບບໃຫ້ກຳລັງຕຳຫຼວດທະເລຫວຽດນາມ ປະຕິບັດສຳເລັດບັນດາໜ້າທີ່ຂອງຕົນເປັນຢ່າງດີກວ່າ, ໃນໄລຍະຈະມາເຖິງ ສະພາແຫ່ງຊາດຈະພິຈາລະນາ, ຮັບຮອງເອົາກົດໝາຍວ່າດ້ວຍຕຳຫຼວດທະເລຫວຽດນາມ ທີ່ກອງປະຊຸມຄັ້ງ 6”.

        ເພື່ອຮັບປະກັນໃຫ້ກຳລັງຕຳຫຼວດທະເລ ປະຕິບັດໜ້າທີ່ປົກປັກຮັກສາອະທິປະໄຕ, ສິດອຳນາດອະທິປະໄຕ, ສິດຕັດສິນແຫ່ງຊາດ, ປົກປັກຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ໄຫຼ່ທະວີບຂອງຫວຽດນາມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຍົກອອກບາງໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ. ຕາມນັ້ນແລ້ວ, ທ່ານນາງປະທານສະພາແຫ່ງຊາດຮຽກຮ້ອງໃຫ້ກຳລັງຕຳຫຼວດທະເລຫວຽດນາມ ປ່ຽນແປງໃໝ່ຢ່າງຮອບດ້ານ, ຍົກສູງຄຸນນະພາບການບຳລຸງສ້າງ, ສຶກສາ, ຝຶກຊ້ອມການຕໍ່ສູ້, ປະຕິບັດກົດໝາຍ… ເພື່ອຕອບສະໜອງຄວາມຮຽກຮ້ອງໜ້າທີ່ສ້າງກຳລັງຕຳຫຼວດທະເລຫວຽດນາມ ໃຫ້ເປັນກຳລັງຫຼວງ, ກະທັດລັດ, ຫັນເປັນທັນສະໄໝເທື່ອລະກ້າວ.

        ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກໍ່ໃສ່ໃຈຕຳຫຼວດທະເລວ່າ ຕ້ອງປະຕິບັດວຽກງານໂຄສະນາ, ສຶກສາກົດໝາຍໃຫ້ປະຊາຊົນ, ຊາວປະມົງ, ປະຕິບັດວຽກງານສົມທົບກັບສາກົນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານເປັນປະຈຳ… ເພື່ອໃຫ້ປະເທດມີສະພາບແວດລ້ອມແຫ່ງສັນຕິພາບເພື່ອພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ