ປະທານສະມາຄົມຫວຽດນາມອາໄສຢູ່ຍີ່ປຸ່ນ ໄດ້ຮັບຫຼຽນໄຊ ດວງຕາເວັນຂຶ້ນ ຊັ້ນ 6

(VOVWORLD) -ວັນທີ 12 ພະຈິກ, ທ່ານ ເຈິ່ນງັອກຟຸກ ປະທານສະມາຄົມຊາວຫວຽດນາມ ອາໄສຢູ່ ຍີ່ປຸ່ນ (VAJI) ໄດ້ຮັບຫຼຽນໄຊດວງຕາເວັນຂຶ້ນຊັ້ນ 6 ໃນພິທີປະດັບຫຼຽນໄຊລະບູໃບໄມ້ຫຼົ່ນ ປີ 2018.

ທ່ານ ເຈີ່ນງັອກຟຸກ ຫຼື ມີຊື່ເອີ້ນເປັນພາສາຍີ່ປຸ່ນວ່າ Nitta Kazufuku, ທ່ານເກີດປີ 1947 ແລະ ໄປຮຽນຢູ່ ຍີ່ປຸ່ນ ນັບແຕ່ປີ 1968. ປີ 1984, ທ່ານ ເຈີ່ນງັອກຟຸກ ໄດ້ສ້າງຕັ້ງບໍລິສັດ Metran ຈໍາກັດ ຂຶ້ນ ແລະ ປະດິດສ້າງເຄື່ອງຊ່ວຍຫາຍໃຈທຽມ High Frequency Oscillatory Ventilation ຫຼື ຂຽນຫຍໍ້ວ່າ HFO ເຊິ່ງເປັນເຄື່ອງທໍາອິດສໍາລັບເດັກນ້ອຍເກີດກ່ອນກໍານົດ. ເຄື່ອງ ຊ່ວຍຫາຍໃຈທຽມ HFO ໂດຍບໍລິສັດ Metran ຜະລິດ ໄດ້ຮັບການຮັບຮູ້ວ່າ ໄດ້ກູ້ເອົາຊີວິດຂອງເດັກນ້ອຍເກີດກ່ອນກໍານົດຢູ່ ຍີ່ປຸ່ນ ນັບພັນຄົນ. ໄລ່ມາຮອດປັດຈຸບັນ, ມີໂຮງໝໍ, ສູນສາທາລະນະສຸກ ຂອງ ຍີ່ປຸ່ນ 90% ໄດ້ປະກອບເຄື່ອງ HFO ຂອງທ່ານ ເຈີ່ນ ງັອກຟຸກ. ບໍ່ພຽງແຕ່ເທົ່່ານັ້ນ, ເຄື່ອງຊ່ວຍຫາຍໃຈທຽມ HFO ໄດ້ສົ່ງໄປຍັງຫຼາຍແຫ່ງໃນໂລກ ຄື ເຢຍລະມັນ, ອັງກິດ, ແບນຊິກ, ໄທ, ໄຕ້ຫວັນ (ຈີນ), ມາເລເຊຍ, ເມັກຊີໂກ...ແລະ ອື່ນໆ.

        ໃນສະພາບການພົວພັນລະຫວ່າງ ຫວຽດນາມ - ຍີ່ປຸ່ນ ພວມພັດທະນາຢ່າງດີງາມນັ້ນ, ທ່ານ ເຈີ່ນງັອກຟຸກ ໄດ້ມານະພະຍາຍາມປະກອບສ່ວນເຂົ້າໃນການພັດທະນາຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຍີ່ປຸ່ນ. ລັດຖະບານຍີ່ປຸ່ນ ໄດ້ປະດັບຫຼຽນໄຊ ດວງຕາເວັນຂຶ້ນ ຊັ້ນ 6, ພ້ອມທັງຮັບຮູ້ການປະກອບສ່ວນຢ່່າງຕັ້ງໜ້າຂອງທ່ານຕໍ່ປະເທດ ຍີ່ປຸ່ນ ກໍຄື ການພົວພັນມິດຕະພາບລະຫວ່າງ ຫວຽດນາມ - ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ