ປະທານາທິບໍດີ Obama ກະຕຸກຊຸກຍູ້ສະພາສູງ ອາເມລິກາ ອະນຸມັດຜ່ານ ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລ

ປະທານາທິບໍດີ Obama ກະຕຸກຊຸກຍູ້ສະພາສູງ ອາເມລິກາ ອະນຸມັດຜ່ານ ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລ - ảnh 1
ທ່ານ​ປະທານ​ນາ​ທິບໍດີ​ Barack Obama
(ພາບ: AP)


(vovworld) –  ວັນ​ທີ 28/05, ​ໃນ​ບົດ​ກ່າວ​ປາ​ໄສ​ທີ່​ສຳຄັນ​ກ່ຽວ​ກັບ​ການ​ກຳນົດ​ທິດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ອາ​ເມ​ລິ​ກາ ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ປະທານ​ນາ​ທິບໍດີ​ Barack Obama ຍອມ​ຮັບ​ວ່າ ​ໂລ​ກພ​ວມມີ​ການ​ປ່ຽນ​ແປງຢ່າງ​ໄວວາ, ນຳ​ມາ​ເຊິ່ງກາລະ​ໂອກາດ ​ແຕ່​ກໍ່ ກໍ່​ໃຫ້​ເກີດບັນດາສິ່ງ​ທີ່​ອັນຕະລາຍ​ໃໝ່. ບັນດາ​ການ​ກະທຳ​​ເກາະ​ຜິດ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຫຼື ຢູ່​​ເຂດ​ຕ່າງໆ​, ຖ​້າບໍ່​ໄດ້​ຮັບ​ການ​ຄວບ​ຄຸມ ຈະ​ສົງ​ຜົນ​ສະທ້ອນ​ເຖິງ​ບັນດາ​ພັນທະ​ມິດ​ຂອງ ວໍ​ຊິງ​ເຕັນ ​ແລະ ສາມາດພາ​ໃຫ້​ກອງທັບ​ອາ​ເມ​ລິ​ກາ ​ເຂົ້າຮ່ວມ. ທ່ານ Obama ຖື​ວ່າ ຍາມ​ໃດປະ​ເທດ​ອາ​ເມ​ລິ​ກາ ກໍ່​ນຳ​ໜ້າ​ບົນ​ເວທີ​ສາກົນ ຍ້ອນ​ບໍ່​ມີ​ປະ​ເທດ​ໃດ​ສາມາດ​ຮັບ​ບົດບາດໜ້າ​ທີ່​ດັ່ງກ່າວ​ໄດ້. ​ເພື່ອ​ບັນລຸ​​ຈຸດໝາຍ​ດັ່ງກ່າວ, ທ່ານ​ປະທານ​ນາ​ທິບໍດີ​ Barack Obama ຢືນຢັນ​ວ່າ.

        “ກອງທັບ​ຍາມ​ໃດ​ກໍ່​ເປັນ​ແກ່ນສານ​​​ໃນ​ບົດບາດນຳ​ພາ​ຂອງ​ອາ​ເມ​ລິ​ກາ ​ໃນ​ໂລກ. ​ແຕ່​ວ່າ, ການ​ເຄື່ອນ​ໄຫວ​ດ້ານ​ການ​ທະຫານ​ບໍ່​ສາມາດ​ແມ່ນ​ປັດ​ໃຈ​ໜຶ່ງ​ດຽວ, ບໍ່​ສາມາດ​ເປັນ​ກຸນ​ແຈ​ໃນ​ລັດຖະນະ​ໂຍບາຍ​ທັງ​ໝົດ​ຂອງ​ອາ​ເມ​ລິ​ກາ. ​ເລື່ອງ​ອາ​ເມ​ລິ​ກາ ມີ​ຜົນ​ປະ​​ໂຫຍ​ດ​ໃນ​ການ​ຮັບປະກັນ​ສັນຕິພາບ ​ແລະ ​ເສລີ​ພາບຢູ່​ນອກ​ຜືນ​​ແຜ່ນດິນ​ຂອງ​ຕົນ ບໍ່​ໝາຍ​ຄວາມ​ວ່າ ວໍ​ຊິງ​ເຕັນ ຕ້ອງ​ເລືອກ​ເຟັ້ນ​ວິທີ​ແຊກ​ແຊງ​ດ້ານການ​ທະຫານ​ເຂົ້າ​ທຸກໆບັນຫາ​”.

        ​ແລະ​ກໍ່​ໃນ​ບົດ​ກ່າວ​ປາ​ໄສ, ທ່ານ​ປະທານ​ນາ​ທິບໍດີ​ Barack Obama ຢືນຢັນ​ວ່າ ອາ​ເມ​ລິ​ກາ ພວມ​ຊ່ວຍ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ເຈລະຈາ​ກັບ​ຈີນ ກ່ຽວ​ກັບ​ປະມວນ​ຂໍ້​ກຳນົດ​ການ​ປະ​ພຶດຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ພວມ​ສົມທົບກັນ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງຜືນ​ແຜ່ນດິນ ​ແລະ ​ເຂດ​ນ່ານທະ​ເລ​ຜ່ານ​ກົດໝາຍ​ສາກົນ. ທ່ານ​ປະທານ​ນາ​ທິບໍດີ​ Barack Obama ກະຕຸກ​ຊຸກຍູ້​ສະພາ​ສູງ​ອາ​ເມ​ລິ​ກາ ອະນຸມັດ​ຜ່ານ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບກົດໝາຍ​ທະ​ເລ.

ຂ່າວ/ບົດ​ອື່ນ