ປະທານາທິບໍດີ Paraguay ຖືກປົດຕຳແໜ່ງ

ປະທານາທິບໍດີ Paraguay ຖືກປົດຕຳແໜ່ງ - ảnh 1

ປະຊາຊົນ ຄັດຄ້ານ​ເລື່ອງ​ປົດ​ຕຳ​ແໜ່​ງປະທານາທິບໍ​ດີ

(ພາບ:viet.rfi.fr)​

 

( vovworld ) –  ດ້ວຍ​ບັດ​ສະໜັບສະ​ໜູນ 39 ບັດ ​ແລະ ບັດ​ຄັດຄ້ານ 4 ບັດ​ນັ້ນ, ​ໃນ​ອາທິດ​ທີ່​ຜ່ານ​ມາ, ສະພາ​ແຫ່ງ​ຊາດ Paraguay  ​ໄດ້​ປົດ​ຕຳ​ແໜ່​ງປະທານາທິບໍດີ Fernando Lugo ຍ້ອນ​​ໄດ້​ປະໃຫ້​ເກີດ​ການ​ພິພາດ​ກັນ​​ນອງ​ເລືອດ ທີ່​ກ່ຽຂ້ອງ​ເຖິງ​ທີ່​ດິນ​ຢູ່​ເຂດ​ອະນຸລັກ​ປ່າ ທາງ​ທິດ​ເໜືອ​ປະ​ເທດ​ນີ້​ເມື່ອ​ທ້າຍອາທິດກ່ອນ ​ເຮັດ​ໃຫ້ 17 ຄົນ​ເສຍ​ຊີວິດ. ຄັດຄ້ານ​ຕໍ່​ຂໍ້​ຕົກລົງ​ດັ່ງກ່າວ, ປະທານາທິບໍດີ Fernando Lugo ຖື​ວ່າ, ການ​ປ່ອນ​ບັດ​ຂອງ​ສະພາ​ແຫ່ງ​ຊາດ​ແມ່ນ​ການ​ກະທຳ​ລັດຖະປະຫານ ​ແລະ ກໍ່​ຜົນ​ເສຍ​ຫາຍ​ຕໍ່​ພື້ນຖານ​ປະຊາທິປະ​ໄຕ​ແຫ່ງ​ຊາດ. ພາຍຫຼັງ​ທີ່ປະທານາທິບໍດີ Fernando Lugo ​ຖືກ​ປົດ​ຕຳ​ແໜ່ງ, ​ໄດ້​ເກີດ​ການ​ແຫ່​ຂະ​ບວນປະ​ທ້ວງ​ຂະໜາດ​ໃຫ່ຍທີ່​ນະຄອນຫຼວງ Asuncion. ມີ​ປະຊາ​ຊົນປະມານ 5000 ຄົນ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ນອກ​ສຳນັກງານ​ສະພາ​ແຫ່ງ​ຊາດ​ເພື່ອ​ສະ​ແດງ​ການ​ສະໜັບສະໜູນນັກ​ການ​ເມືອງ​ຝ່າຍ​ຊ້າຍ​ນີ້. ປ່ຽນ​ແທນ​​ທ່ານປະທານາທິບໍດີ Fernando Lugo ​ແມ່ນ​ທ່ານ​ຮອງປະທານາທິບໍດີ Fedeirico Franco. ຫຼາຍປະ​ເທດ​ໃນອາ​ມິ​ລິ​ກາ​ໃຕ້​ໄດ້​ຄັດຄ້ານ ​ແລະ ປະກາດບໍ່​ຮັບ​ຮູ້​ລັດ​ຖະບານ​ໃໝ່​ຢູ່ Paraguay ​ແລະ ຮຽກ​ຕົວ​ເອກ​ອັກຄະ​ລັດຖະທູດ​ຂອງ​ຕົນ​ກັບ​ຄືນ​ປະ​ເທດ, ພ້ອມ​ທັງ​ກ່າວ​ປະນາມ​ລະບຽບ​ການ​ດຳ​ເນີນ​ຄະດີ​ຂອງ​ສະພາ​ແຫ່ງ​ຊາດ Paraguay ​ແມ່ນ​ການ​ກະທປົກ​ປິດ​ໃຫ້​ແກ່​ການ​ກໍ່​ລັດຖະປະຫານ.

 

ຂ່າວ/ບົດ​ອື່ນ