ປະທານາທິບໍດີ Zelensky ເຊື້ອເຊີນທ່ານປະທານປະເທດ ຈີນ ສີຈີ້ນຜິງ ຢ້ຽມຢາມ ຢູແກຼນ

(VOVWORLD) - ບໍ່ພຽງແຕ່ແມ່ນການຢ້ຽມຢາມຄັ້ງທຳອິດຂອງການນຳ ຈີນ ຢູ່ ຢູແກຼນ ໃນຮອບເວລາ 1 ປີຜ່ານມາເທົ່ານັ້ນ, ເຫດການນີ້ຍັງແມ່ນຂີດໝາຍແຫ່ງຄວາມມານະພະຍາຍາມຂອງ ປັກກິ່ງ ເພື່ອແນໃສ່ສວມບົດບາດ “ນັກສ້າງສັນຕິພາບ” ອີກດ້ວຍ.
ປະທານາທິບໍດີ Zelensky ເຊື້ອເຊີນທ່ານປະທານປະເທດ ຈີນ ສີຈີ້ນຜິງ ຢ້ຽມຢາມ ຢູແກຼນ - ảnh 1ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky
(ພາບ: AFP/ TTXVN)

ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ເປີດເຜີຍຄວາມອາດສາມາດທີ່ຈະມີການພົບປະກັບທ່ານປະທານປະເທດ ຈີນ ສີຈີ້ນຜິງ. ວັນທີ 29 ມີນາ, ເມື່ອຕອບສຳພາດນັກຂ່າວຂອງສຳນັກຂ່າວສານ AP, ທ່ານປະທານາທິບໍດີ ຢູແກຼນ Zelensky ໃຫ້ຮູ້ວ່າ: ໄດ້ກຽມພ້ອມເພື່ອພົບປະກັບທ່ານປະທານາທິບໍດີ ຈີນ ສີຈີ້ນຜິງ ຢູ່ ຢູແກຼນ. ຖ້າໄດ້ດຳເນີນ, ການພົບປະລະຫວ່າງທ່ານປະທານປະເທດ ຈີນ ສີຈີ້ນຜິງ ກັບທ່ານປະທານາທິບໍດີ ຢູແກຼນ Zelensky ຈະມີຄວາມໝາຍພິເສດໃນສະພາບການໂລກທີ່ມີການຜັນແປຫຼາຍຢ່າງ. ບໍ່ພຽງແຕ່ແມ່ນການຢ້ຽມຢາມຄັ້ງທຳອິດຂອງການນຳ ຈີນ ຢູ່ ຢູແກຼນ ໃນຮອບເວລາ 1 ປີຜ່ານມາເທົ່ານັ້ນ, ເຫດການນີ້ຍັງແມ່ນຂີດໝາຍແຫ່ງຄວາມມານະພະຍາຍາມຂອງ ປັກກິ່ງ ເພື່ອແນໃສ່ສວມບົດບາດ “ນັກສ້າງສັນຕິພາບ” ອີກດ້ວຍ.

        ໃນຂະນະນັ້ນ, ເມື່ອຕອບສຳພາດຂອງນັກຂ່າວກ່ຽວກັບການພົບປະຄັ້ງນີ້, ທ່ານ Dmitry Peskov, ໂຄສົກວັງ Kremlin ໃຫ້ຮູ້ວ່າ: ລັດເຊຍ “ຕີລາຄາສູງ” ທັດສະນະສົມດຸນຂອງ ຈີນ ກ່ຽວກັບບັນຫາ ຢູແກຼນ ແລະ ເຊື່ອໝັ້ນວ່າ ການນຳ ຈີນ ອາດສາມາດຕັດສິນລະດັບຄວາມເໝາະສົມຂອງການຕິດຕໍ່ພົວພັນໃດໜຶ່ງທີ່ແນ່ນອນໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ