ປະ​ທາ​ນາ​ທິ​ບໍ​ດີ ປາ​ແລັດ​ສະ​ຕິນ Mahmoud Abbas ປະ​ກາດ​ໂຈະ​ການ ເລືອກ​ຕັ້ງ

(VOVWORLD) -ທ່ານ ປະທານາທິບໍດີ Mahmoud Abbas ໃຫ້ຮູ້ວ່າ ລັດຖະບານ ອິດສະລາແອັນໄດ້ປະຕິເສດຈັດການເລືອກຕັ້ງຂອງ ປາແລັດສະຕິນ ຢູ່ Jerusalem ຕາເວັນອອກ.  ທ່ານ ປະທານາທິບໍດີ Mahmoud Abbas ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ ຈົ່ງກໍ່ຄວາມກົດເດັ່ນເພື່ອ ອິດສະລາແອັນ ຢຸດຕິບັນດາການກະທຳເກາະຜິດ.
ປະ​ທາ​ນາ​ທິ​ບໍ​ດີ ປາ​ແລັດ​ສະ​ຕິນ Mahmoud Abbas  ປະ​ກາດ​ໂຈະ​ການ ເລືອກ​ຕັ້ງ - ảnh 1ທ່ານ ປະທານາທິບໍດີ ປາແລັດສະຕິນ Mahmoud Abbas  (ພາບ: AFP/TTXVN)

ວັນທີ 30 ເມສາ, ທ່ານ ປະທານາທິບໍດີ ປາແລັດສະຕິນ Mahmoud Abbas  ໄດ້ປະກາດໂຈະການເລືອກຕັ້ງທົ່ວປະເທດ ຮອດເວລາຮັບປະກັນວ່າ ການເລືອກຕັ້ງຈະໄດ້ຈັດຂຶ້ນຢູ່ Jerusalem ຕາເວັນອອກ. ທ່ານປະທານາທິບໍດີ Mahmoud Abbas ໄດ້ຍົກອອກຖະແຫຼງການດັ່ງກ່າວພາຍຫຼັງກອງປະຊຸມຄະນະການນຳອົງການປົດປ່ອຍ ປາແລັດສະຕິນ(PLO)  ທີ່ໄດ້ຈັດຂຶ້ນຢູ່ນະຄອນ Ramallah, ເຂດຝັ່ງຕາເວັນຕົກ.

ທີ່ກອງປະຊຸມ, ທ່ານປະທານາທິບໍດີ Mahmoud Abbas  ໄດ້ຢັ້ງຢືນວ່າ ຈະບໍ່ສາມາດດຳເນີນການເລືອກຕັ້ງ ຖ້າບໍ່ມີການເຂົ້າຮ່ວມຂອງຊາວປາແລັດສະຕິນ ຢູ່ Jerusalem ຕາເວັນອອກ - ໂດຍເປັນຜືນແຜ່ນດິນທີ່ຖືກ ອິດສະລາແອັນ ຢຶດຄອງ ແຕ່ປີ 1967 ແລະ ທ້ອນໂຮມພາຍຫຼັງ, ໃນຂະນະທີ່ ປາແລັດສະຕິນ ກຳນົດວ່າ ນີ້ແມ່ນ ນະຄອນຫຼວງຂອງລັດປາແລັດສະຕິນ ໃນອະນາຄົດ. ທ່ານ ປະທານາທິບໍດີ Mahmoud Abbas ໃຫ້ຮູ້ວ່າ ລັດຖະບານ ອິດສະລາແອັນໄດ້ປະຕິເສດຈັດການເລືອກຕັ້ງຂອງ ປາແລັດສະຕິນ ຢູ່ Jerusalem ຕາເວັນອອກ.  ທ່ານ ປະທານາທິບໍດີ Mahmoud Abbas ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ ຈົ່ງກໍ່ຄວາມກົດເດັ່ນເພື່ອ ອິດສະລາແອັນ ຢຸດຕິບັນດາການກະທຳເກາະຜິດ.

ຕອບກັບ

ຂ່າວ/ບົດ​ອື່ນ