ປະທານາທິບໍດີ ຝລັ່ງ Macron: ເອີລົບ ຈະຕ້ອງທົດແທນຕໍ່ລອງເພື່ອປະລະອາຍແກັດຂອງລັດເຊຍ

(VOVWORLD) - ປະລິມານອາຍແກັດເຊິ່ງ ເອີລົບ ນຳເຂົ້າຈາກ ລັດເຊຍ ໃນ 2 – 3 ເດືອນມໍ່ໆມານີ້ໄດ້ຫລຸດລົງຢ່າງແຮງຈາກ 50% ເຫຼືອພຽງແຕ່ 9% ໃນປະຈຸບັນ

ວັນທີ 5 ກັນຍາ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແລະ ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ໄດ້ເຫັນດີເປັນເອກະພາບສະໜັບສະໜູນກົນໄກໜູນຊ່ວຍເອີລົບ ກ່ຽວກັບດ້ານພະລັງງານ, ຊຸກຍູ້ການປະຕິຮູບຕະຫຼາດໄຟຟ້າ ເອີລົບ ກໍ່ຄືຈັດວາງລາຄາອາຍແກັດຂັ້ນເພດານຂອງລັດເຊຍ ແຕ່ກໍ່ຍອມຮັບວ່າ: ເອີລົບຈະຕ້ອງຕໍ່ລອງຕໍ່ບັນດາຄຳຕັດສິນນີ້. ກ່າວຄຳເຫັນພາຍຫຼັງກອງປະຊຸມທາງໄກກັບ ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໃຫ້ຮູ້ວ່າ: ປະລິມານອາຍແກັດເຊິ່ງ ເອີລົບ ນຳເຂົ້າຈາກ ລັດເຊຍ ໃນ 2 – 3 ເດືອນມໍ່ໆມານີ້ໄດ້ຫລຸດລົງຢ່າງແຮງຈາກ 50% ເຫຼືອພຽງແຕ່ 9% ໃນປະຈຸບັນ. ເຖິງຢ່າງໃດກໍ່ຕາມ, ທັງ ຝລັ່ງ ແລະ ເຢຍລະມັນ ຕ້ອງກະກຽມແຜນການໃຫ້ກໍລະນີບໍ່ດີທີ່ສຸດນັ້ນແມ່ນ ລັດເຊຍ ໂຈະການສະໜອງ ອາຍແກັດ ມາຍັງ ເອີລົບ ຢ່າງສົມບູນ.

        ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ສືບຕໍ່ຮຽກຮ້ອງຍູ້ໄວວິວັດການປະຕິຮູບຕະຫຼາດໄຟຟ້າ ແລະ ເພີ່ມທະວີການເຊື່ອມຕໍ່ລະບົບໄຟຟ້າຢູ່ ເອີລົບ. ຝລັ່ງ ແລະ ເຢຍລະມັນ ເຫັນດີເປັນເອກະພາບກ່ຽວກັບເລື່ອງ ຄະນະກຳມະການ ເອີລົບ (EC) ຕ້ອງຈັດວາງກົນໄກບັງຄັບບັນດາກຸ່ມບໍລິສັດພະລັງງານຕ້ອງເພີ່ມທະວີການປະກອບສ່ວນ, ແບ່ງປັນແຫຼ່ງລາຍຮັບທີ່ໃຫຍ່ຫຼວງຈາກການປິນຂັ້ນໄດຂອງລາຄາພະລັງງານ, ພິເສດແມ່ນລາຄາໄຟຟ້າ, ເພື່ອໜູນຊ່ວຍປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ