ປະທານາທິບໍດີ ລັດເຊຍ ແລະ ອາເມລິກາ ຈະມີການພົບປະໃນເວລາສັ້ນ ຢູ່ ຝລັ່ງ
(VOVWORLD) -...ຍາກທີ່ຈະສັບຊ້ອນການພົບປະສຸດຍອດຢ່າງເປັນທາງການ ລະຫວ່າງ ທ່ານປະທານາທິບໍດີ Putin ແລະ ທ່ານປະທານາທິບໍດີ Trump ຢູ່ປາຣີ ໄດ້
ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕໍາແໜ່ງ ອາເມລິກາ Donald Trump (ພາບ: AFP/TTXVN) |
ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕໍາແໜ່ງ ອາເມລິກາ Donald Trump ຈະມີການພົບປະໃນເວລາສັ້ນ ຢູ່ປາຣີ (ຝລັ່ງ) ໃນວັນທີ 11 ພະຈິກ ຈະມາເຖິງ ເພື່ອປຶກສາຫາລືກ່ຽວກັບເວລາດໍາເນີນການພົບປະສຸດຍອດຢ່າງເປັນທາງການ ລະຫວ່າງການນໍາສອງປະເທດໃນໄລຍະຈະມາເຖິງ.
ກ່າວຄໍາເຫັນຕໍ່ວົງການນັກຂ່າວ ໃນວັນທີ 6 ພະຈິກ, ທ່ານ Dmitry Peskov ໂຄສົກວັງ Kremlin ໃຫ້ຮູ້ວ່າ ສອງຝ່າຍໄດ້ເຫັນດີ ໂດຍຖືວ່າ ຍາກທີ່ຈະສັບຊ້ອນການພົບປະສຸດຍອດຢ່າງເປັນທາງການ ລະຫວ່າງ ທ່ານປະທານາທິບໍດີ Putin ແລະ ທ່ານປະທານາທິບໍດີ Trump ຢູ່ປາຣີ ໄດ້. ເຖິງຢ່າງໃດກໍຕາມ, ການນໍາສອງທ່ານກໍຈະມີການພົບປະກັນດ້ວຍວິທີໃດໜຶ່ງ ແລະ ເຫັນດີນໍາກັນວ່າ ເມື່ອມີໂອກາດພົບປະກັນໃນໄລຍະຈະມາເຖິງ, ສອງຝ່າຍຈະມີການເຈລະຈາ ຢ່າງແທດຈິງກວ່າ.