ປະທານາທິບໍດີ ສ.ເກົາຫຼີ ປະກາດ “ຂໍ້ລິເລີ່ມສັນຕິພາບຢູ່ແຫຼມ ເກົາຫຼີ”

(VOVWORLD) - ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ຫາກໍ່ປະກາດ “ຂໍ້ລິເລີ່ມສັນຕິພາບໃນແຫຼມ ເກົາຫຼີ”, ພາຍຫລັງອະດີດປະທານາທິບໍດີ Kim Dae-jung ຍົກອອກຖະແຫຼງການ Berlin 2000 ເປັນເວລາ 17 ປີ
ປະທານາທິບໍດີ ສ.ເກົາຫຼີ ປະກາດ “ຂໍ້ລິເລີ່ມສັນຕິພາບຢູ່ແຫຼມ ເກົາຫຼີ” - ảnh 1 ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in  (ພາບ: THX/ TTXVN) 

ສ້າງປະຖົມປັດໄຈໃຫ້ກອງປະຊຸມສຸດຍອດທຳອິດລະຫວ່າງ ສປປ.ເກົາຫຼີ - ສ.ເກົາຫຼີ . ບົດປາໄສຂອງທ່ານ Moon ຍົກອອກໃນວັນທີ 06 ກໍລະກົດ ທີ່ກອງທຶນ Korber ເນື່ອງໃນໂອກາດຢ້ຽມຢາມ ເຢຍລະມັນ ເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນໃຫຍ່ສຸດໂລກ (G20), ໃຫ້ຂໍ້ສັງເກດວ່າ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຄວນເຊື່ອມຕໍ່ການເຈລະຈາໂດຍໄວ ເພື່ອແກ້ໄຂສະພາບຄວາມເຄັ່ງຕຶງ. ທ່ານປະທານາທິບໍດີ Moon ໃຫ້ຮູ້ວ່າ: ລັດຖະບານ Seoul ສາມາດປຶກສາຫາລືກັບ ພຽງຢາງ ກ່ຽວກັບທຸກບັນຫາທີ່ສົນໃຈໃນປະຈຸບັນ, ຈາກບັນຫານິວເຄຼຍພາກເໜືອຈົນເຖິງສັນຍາສັນຕິພາບ. ທ່ານ Moon ກໍ່ສະແດງຄວາມປາດຖະໜາຢາກພົບປະການນຳ ສປປ.ເກົາຫຼີ Kim Jong-un. ທ່ານປະທານາທິບໍດີ Moon Jae-in ຢັ້ງຢືນຄວາມຕັດສິນໃຈສ້າງແຫຼມ ເກົາຫຼີ ແຫ່ງສັນຕິພາບ ດ້ວຍກຳລັງແຮງປະຊາທິປະໄຕຢູ່ໄລຍະສຸກງອມ, ຄ້າຍຄືກັບຈິດໃຈຮ່ວມດຳລົງຊີວິດໃນສັນຕິພາບຂອງ Berlin ເຊິ່ງໄດ້ຊ່ວຍໃຫ້ປະເທດ ເຢຍລະມັນ ສຳເລັດບົດບາດເປັນເສົາຄ້ຳໃນຄວາມພະຍາຍາມປອງດອງ ເອີລົບ.

ຕອບກັບ

ຂ່າວ/ບົດ​ອື່ນ