ປະທານາທິບໍດີ ສ.ເກົາຫຼີ ເຂົ້າຮ່ວມພິທີພາວະນາເພື່ອສັນຕິພາບໃນແຫຼມ ເກົາຫຼີ

(VOVWORLD) - ໃນການຢ້ຽມຢາມສຳນັກ ວາຕີກັງ ຢ່າງເປັນທາງການ, ຕອນບ່າຍວັນທີ 17 ຕຸລາ (ຕາມເວລາທ້ອງຖິ່ນ), ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ໄດ້ເຂົ້າຮ່ວມ “ພິທີພາວະນາເພື່ອສັນຕິພາບໃນແຫຼມ ເກົາຫຼີ”. 

ພາຍຫລັງພິທີພາວະນາ, ທ່ານປະທານາທິບໍດີ Moon Jae-in ໄດ້ມີບົດກ່າວປາໄສ, ໃນນັ້ນ ເນັ້ນໜັກວ່າ ເລື່ອງຢຸດຕິສົງຄາມ ເກົາຫຼີ  ແລະ ເຊັນສັນຍາສັນຕິພາບໃນແຫຼມ ເກົາຫຼີ ຈະຊ່ວຍລົບລ້າງສົງຄາມເຢັນຄັ້ງສຸດທ້າຍໃນໂລກ. ທ່ານກໍ່ຊີ້ແຈ້ງວ່າ ພາຍຫລັງຖະແຫຼງການຕໍ່ທົ່ວໂລກກ່ຽວກັບເລື່ອງສ້າງແຫຼມ ເກົາຫຼີ ປອດອາວຸດນິວເຄຼຍ ແລະ ໄພນາບຂູ່ນິວເຄຼຍ ໂດຍຜ່ານ “ຖະແຫຼງການຮ່ວມ ພຽງຢາງ ເດືອນ ກັນຍາ”, 2 ພາກເກົາຫຼີ ພວມປະຕິບັດບັນດາເນື້ອໃນຂອງຖະແຫຼງການນີ້ເທື່ອລະກ້າວ. ທ່ານປະທານາທິບໍດີ ສ.ເກົາຫຼີ ສະແດງຄວາມຫວັງວ່າ ປະຊາຄົມສາກົນຈະເອົາໃຈໃສ່ເປັນພິເສດ ແລະ ສະໜັບສະໜູນບັນດາບາດກ້າວຂອງ 2 ຝ່າຍ. ທ່ານຢືນຢັນວ່າ ຈະນຳມາໃຫ້ສັນຕິພາບ, ລົບລ້າງການຕັດແຍກທີ່ແກ່ຍາວມາເປັນເວລາກ່ວາເຄິ່ງສະຕະວັດໃນແຫຼມ ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ