ປະທານາທິບໍດີ ອັກຊັງຕິນ ຢ້ຽມຢາມນະຄອນ ໂຮ່ຈິມິນ

ປະທານາທິບໍດີ ອັກຊັງຕິນ ຢ້ຽມຢາມນະຄອນ ໂຮ່ຈິມິນ - ảnh 1
ທ່ານ​ເລຮ່ວາງກວນ ປະທານ​ຄະນະ​ກຳມະການ​ປະ​ຊາຊົນ ນະຄອນ ​ໂຮ່ຈິ​ມິນ​ໃຫ້ການ​ຕ້ອນຮັບ ປະທານາທິບໍດີ ອັກ​ຊັງ​ຕິນ Cristina Elisabet Fernander de Kirchner (ພາບ : TTXVN)


Vovworld- ໃນຂອບເຂດການ​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ, ຕອນ​ຄ່ຳ​ວັນທີ 19/1, ຢູ່ ນະຄອນ ​ໂຮ່ຈິ​ມິນ, ປະທານາທິບໍດີ ອັກ​ຊັງ​ຕິນ Cristina Elisabet Fernander de Kirchner ພ້ອມ​ດ້ວຍ​ຄະນະ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ ນະຄອນ ​ໂຮ່ຈິ​ມິນ ​ໂດຍ​ທ່ານ​ເລຮ່ວາງກວນ ປະທານ​ຄະນະ​ກຳມະການ​ປະ​ຊາຊົນ ນະຄອນ ​ໂຮ່ຈິ​ມິນ​ເປັນ​ປະທານ. ທີ່ການຕ້ອນຮັບ, ທ່ານ​ເລຮ່ວາງກວນ ປະທານ​ຄະນະ​ກຳມະການ​ປະ​ຊາຊົນ ນະຄອນ ​ໂຮ່ຈິ​ມິນ ຢືນຢັນວ່າ ການຢ້ຽມຢາມຂອງ ປະທານາທິບໍດີ ອັກ​ຊັງ​ຕິນ Cristina Elisabet Fernander de Kirchner ຄັ້ງ​ນີ້ ​ເປັນ​ການ​ເປີດ​ສາກ​ບັນດາ​ການ​ເຄື່ອ​ນ​ໄຫວ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ອັກ​ຊັງ​ຕິນ-ຫວຽດນາມ. ກ່າວຄຳ​ເຫ​ັນທີ່​ການ​ເຮັດ​ວຽກ, ປະທານາທິບໍດີ ອັກ​ຊັງ​ຕິນ Cristina Elisabet Fernander de Kirchner ຖື​ວ່າ : ​ເຖິງ​ວ່າ​ຢູ່​ຫ່າງ​ໄກ​ຈາກ​ກັນ​ທາງ​ດ້ານ​ພູມີ​ປະ​ເທດ​ກໍ​ຕາມ, ​ແຕ່​ດ້ວຍ​ການ​ພັດທະນາ​ດ້ານ​ວິທະຍາສາດ-​ເຕັກ​ໂນ​ໂລ​ຢີ, ຈະ​ຊ່ວຍ​ໃຫ້ 2 ປະ​ເທດສາມາດຫຍັບ​ມໍ່​ເຂົ້າກັນ ​ແລະ ການ​ພົວພັນ​ຮ່ວມ​ມື​ໃນ​ຫຼາຍ​ດ້ານລະຫວ່າງ 2 ປະ​ເທດຈະ​ນັບ​ມື້​ນັບ​ພັດທະນາ. ​ເມື່ອ​ລົງ​ຢ້ຽມຢາມ, ທັດສະນະ​ສຶກສາ​ຢູ່​ເຂດ​ປູຊະນີຍະສະຖານປະຫວັດສາດ ຂຸມອຸໂມງໃຕ້ດິນ ກູຈີ, ປະທານາທິບໍດີ ອັກ​ຊັງ​ຕິນ Cristina Elisabet Fernander de Kirchner ໃຫ້ຮູ້ວ່າ :

    “ ການລົງຢ້ຽມຢາມຂຸມອຸໂມງໃຕ້ດິນ ກູຈີ ແມ່ນເປັນໜ້າ​ປະ​ທັບ​ໃຈ​ທີ່​ສຸດ. ຂ້າພະເຈົ້າສາມາດເຫັນໄດ້ ເຖິງຄວາມພະຍາຍາມຂອງປະຊາຊົນຫວຽດນາມໃນ ການສູ້ຮົບເພື່ອຍາດເອົາເອກະລາດ, ອິດສະຫຼະພາບ ອັນສູງສົ່ງ ແມ່ນຄືແນວໃດ. ຂ້າພະເຈົ້າຂໍຕາງໜ້າໃຫ້ແກ່ປະຊາຊົນ ແລະ ລັດຖະບານອັກຊັງຕິນ ໄດ້ມາຢ້ຽມຢາມ ປະເທດຫວຽດນາມ. 2 ປະເທດພວກເຮົາຕ່າງກໍມີພື້ນຖານ ເສດຖະກິດພວມ​ພັດທະນາ, ຂ້າພະ​ເຈົ້າ​ເຊື່ອ​ແນ່​ວ່າ ດ້ວຍການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ພວກ​ເຮົາ​ຈະ​ສາມາດ​ສ້າງ​ໂລກ​ທີ່​ດີງາມ​ກ່ວາ, ພ້ອມ​ທັງ​ປົວ​ແປງ​ສັງຄົມ ກໍ​ຄື​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ”

ຂ່າວ/ບົດ​ອື່ນ