ປະທານາທິບໍດີ ອາເມລິກາ ຕີລາຄາວ່າ ການພົບປະກັບລັດຖະມົນຕີການຕ່າງປະເທດ ລັດເຊຍ ດຳເນີນໄປຢ່າງຈົບງາມ

(VOVWORLD) - ວັນທີ 10 ພຶດສະພາ ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ທີ່ຫ້ອງເຮັດວຽກຂອງປະທານາທິບໍດີ Donald Trump ຢູ່ນະຄອນຫລວງ ວໍຊິງຕັນ
ປະທານາທິບໍດີ ອາເມລິກາ ຕີລາຄາວ່າ ການພົບປະກັບລັດຖະມົນຕີການຕ່າງປະເທດ ລັດເຊຍ ດຳເນີນໄປຢ່າງຈົບງາມ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov  (ພາບ: AP)

ນີ້ແມ່ນການພົບປະຂັ້ນສູງສຸດຂອງທ່ານປະທານາທິບໍດີ Donald Trump ກັບເຈົ້າໜ້າທີ່ ລັດເຊຍ ນັບແຕ່ເມື່ອທ່ານຂຶ້ນກຳ  ອຳນາດ. ກ່າວຄຳເຫັນພາຍຫລັງການພົບປະ, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ການພົບປະໄດ້ດຳເນີນໄປຢ່າງຈົບງາມທີ່ສຸດ. ໃນຂະນະທີ່ທ່ານລັດຖະມົນຕີການຕ່າງປະເທດ Sergei Lavrov ໃຫ້ຮູ້ວ່າ: ການພົບປະເຈລະຈາກັບທ່ານປະທານາທິບໍດີ Donald Trump ຕົ້ນຕໍແມ່ນສຸມໃສ່ເຂົ້າບັນດາແນວຄວາມຄິດທີ່ກ່ຽວຂ້ອງເຖິງບັນດາເຂດປອດໄພ ແລະ ຫລຸດຜ່ອນຄວາມເຄັ່ງຕຶງປີນຂັ້ນໄດຢູ່ ຊີຣີ. ຕາມການຕີລາຄາຂອງວົງການນັກໄຈ້ແຍກແລ້ວ, ການພົບປະນີ້ ສ່ວນໃດສ່ວນໜຶ່ງແມ່ນສະແດງໃຫ້ເຫັນການພົວພັນລະຫວ່າງ 2 ປະເທດມະຫາອຳນາດ ພວມຄ່ອຍໆໄດ້ຮັບການປັບປຸງ ພາຍຫລັງທ່ານປະທານາທິບໍດີ Donald Trump ໃຫ້ຂໍ້ສັງເກດວ່າ ໄລຍະມໍ່ໆມານີ້ ການພົວພັນລະຫວ່າງ 2 ປະເທດພວມຕົກຢູ່ໃນສະພາວະ “ຕ່ຳສຸດ”.

ຕອບກັບ

ຂ່າວ/ບົດ​ອື່ນ