ປະທານາທິບໍດີ ອາເມລິກາ ຫວັງວ່າ ຈີນ ຈະຍົກເວັ້ນພາສີອາກອນສຳລັບສິນຄ້າຂອງ ອາເມລິກາ

(VOVWORLD) - ຈີນ ຈະຍົກເວັ້ນຮົ້ວກີດຂວາງພາສີອາກອນດ້ານການຄ້າສຳລັບສິນຄ້າຂອງ ອາເມລິກາ.

ຄວາມເຄັ່ງຕຶງລະຫວ່າງ ອາເມລິກາ ແລະ ຈີນ ທີ່ກ່ຽວຂ້ອງເຖິງການສຸຢັນກັນໃນນະໂຍບາຍພາສີອາກອນ ຫວ່າງແລ້ວນີ້ ລະຫວ່າງ 2 ປະເທດ ມີສັນຍານສິ້ນສຸດລົງໃນຂະນະທີ່ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ໃນວັນທີ 8 ເມສາ ວ່າ: ຈີນ ຈະຍົກເວັ້ນຮົ້ວກີດຂວາງພາສີອາກອນດ້ານການຄ້າສຳລັບສິນຄ້າຂອງ ອາເມລິກາ. ນະໂຍບາຍພາສີອາກອນຂອງ 2 ປະເທດຈະມີລັກສະນະໜູນຊ່ວຍນຳກັນ ແລະ 2 ປະເທດຈະບັນລຸໄດ້ຂໍ້ຕົກລົງກ່ຽວກັບສິດຊັບສິນທາງປັນຍາ - ເຊິ່ງເປັນໜຶ່ງໃນບັນດາສາຍເຫດທີ່ກໍ່ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ວໍຊິງຕັນ ແລະ ປັກກິ່ງ ໃນໄລຍະມໍ່ໆມານີ້.

        ທ່ານປະທານາທິບໍດີ Donald Trump ກໍ່ເວົ້າວ່າ ທ່ານເອງ ແລະ ທ່ານປະທານາທິບໍດີ ຈີນ ສີຈິ້ນຜິງ ຍາມໃດກໍ່ແມ່ນເພື່ອນມິດທີ່ດີ, ໂດຍບໍ່ຫົວຊາຕໍ່ບັນດາບັນຫາເກີດຂຶ້ນທີ່ກ່ຽວຂ້ອງເຖິງຄວາມບໍ່ລົງລອຍກັນຂອງ 2 ຝ່າຍກ່ຽວກັບບັນຫາການຄ້າ.

ຕອບກັບ

ຂ່າວ/ບົດ​ອື່ນ