ປະທານາທິບໍດີ ອາເມລິກາໝັ້ນໝາຍເພີ່ມທະວີການຮ່ວມມືກັບຫວຽດນາມ

ປະທານາທິບໍດີ ອາເມລິກາໝັ້ນໝາຍເພີ່ມທະວີການຮ່ວມມືກັບຫວຽດນາມ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama 

(vovworld)- ວັນ​ທີ 13/11, ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama ໃຫ້​ຮູ້​ວ່າ ພວມ​ພິ​ຈາ​ລະ​ນາ​ບັນ​ດາ​ກາ​ລະ​ໂອ​ກາດ ແລະ ຄວາມ​ສາ​ມາດ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ​ກ້​ວາງ​ຂວາງ​ກັບ​ຫວຽດ​ນາມ. ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama ໃຫ້​ຮູ້​ວ​່າ ການ​ຄ້າ, ການ​ປ້ອງ​ກັນ​ຄວາມ​ສະ​ຫງົ​ບ ແ​ມ່ນ 2 ໃນ​ຈຳ​ນວນຫຼາຍ​ຂົງ​ເຂດ​ຊຶ່ງ ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama ຈະ​ຍົກ​ອອກ​ມາ​ປຶກ​ສາ​ຫາ​ລື​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ເນື່ອງ​ໃນ​ໂອ​ກາດ​ບັນ​ດາ​ກອງ​ປະ​ຊຸມ​ຂັ້ນ​ສູງ​ຖືກ​ດຳ​ເນີນ​ຢູ່​ມຽນ​ມາ​ໃນ​ວັນ​ດຽວ​ກັນ. ຕາມປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama ແລ້ວ, ສິ່ງ​ສຳ​ຄັນ ສຳ​ລັບ 2 ປະ​ເທດ ແມ່ນ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ສາ​ກົນ​ໃນ​ການ​ແກ້​ໄຂ​ການ​ຂັດ​ແຍ່ງ​ຕ່າງໆ ແລະ ການ​ເຈ​ລະ​ຈາ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ຈະ​ນຳ​ມາ​ເຊິ່ງບັນ​ດາ​ກາ​ລະ​ໂອ​ກາດ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ຄ້າ ແລະ ການ​ລົ​ງ​ທຶນ. 

ຂ່າວ/ບົດ​ອື່ນ